ຂ່າວສານ

ເພີ່ມທະວີການເຊື່ອມຕໍ່ດ້ານການທ່ອງທ່ຽວ ຫວຽດນາມ - ໄທ: ຊອກຫາໂອກາດໃນສະພາບການທີ່ຜັນຜວນ

ບັນດານັກການທູດ ແລະ ນັກຊ່ຽວຊານແຖວໜ້າໃນຂະແໜງທ່ອງທ່ຽວ, ການບິນ ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຊຸກຍູ້ກະແສແຂກທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.
  (ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ)  

ກອງປະຊຸມສຳມະນາເລີ່ມເຄື່ອນໄຫວຕະຫຼາດປີ 2026 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ມີນາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ບັນດານັກການທູດ ແລະ ນັກຊ່ຽວຊານແຖວໜ້າໃນຂະແໜງທ່ອງທ່ຽວ, ການບິນ ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຊຸກຍູ້ກະແສແຂກທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ຢືນຢັນທີ່ຕັ້ງທີ່ນັບມື້ນັບສູງຂອງທ່ອງທ່ຽວ ຫວຽດນາມ ແລະ ໃຫ້ຂໍ້ສັງເກດຢ່າງກົງໄປກົງມາຕໍ່ບັນດາຄວາມກົດດັນພາວະວິໄສຈາກສະພາບພູມສາດການເມືອງ:

“ໃນຊຸມປີຜ່ານມາຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາຈຸດນັດພົບດູດດື່ມທີ່ສຸດຢູ່ພາກພື້ນ. ຫວຽດນາມ ໄດ້ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍແມ່ນກວ່າ 10%/ປີຖືການທ່ອງທ່ຽວແມ່ນເສົາຄ້ຳຕົ້ນຕໍ. ເຖິງຢ່າງໃດກໍ່ຕາມການທ່ອງທ່ຽວພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງໃນທົ່ວໂລກບັນດາການຜັນແປດັ່ງກ່າວທັງເປັນສິ່ງທ້າທາຍທັງແມ່ນໂອກາດໃໝ່ ເມື່ອແຂກທ່ອງທ່ຽວມີທ່າອ່ຽງຊອກຫາສະຖານທີ່ປອດໄພມີສະຖຽນລະພາບ ແລະ ເຊື່ອມຕໍ່ເປັນຢ່າງດີຄື ໄທ ແລະ ຫວຽດນາມ”.


top