ຂ່າວສານ

ເພີ່ມທະວີການເຄື່ອນໄຫວຊ່ວຍເຫລືອ, ມອບຂອງຂວັນ ບຸນເຕັດໃຫ້ຜູ້ທຸກຍາກ,ຊາວຊົນເຜົ່າສ່ວນຫນ້ອຍ

      ຕອນເຊົ້າວັນທີ 20 ມັງກອນ, ທ່ານເຈີນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວໃນເປົ້າໝາຍນະໂຍບາຍຄອບຄົວທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ແຂວງອານຢາງ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ມອບຂອງຂວັນບຸນເຕັດ
      ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ  ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ກວ໋າງຈີ້. ເນື່ອງໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ ເມືອງ ດັກຣົງ ແຂວງ ກວ໋າງຈີ້.
ກ່ອນຫນ້ານັ້ນ ຕອນບ່າຍວັນທີ 19 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດປີກຸນ ແລະ ມອບຂອງຂວັນບຸນເຕັດໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງຫາຍເຢືອງ.  ປີນີ້ ສະຫະພັນແຮງງານແຂວງ ຫາຍເຢືອງ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດ ໃຫ້ແກ່ກຳມະກອນເກືອບ 2.700 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຈຳນວນເງິນຂຶ້ນເຖິງ 1,3 ຕື້ດົງ, ຈັດຕັ້ງບັນດາລາຍການພົບປະສັງສັນ, ມອບຂອງຂວັນບຸນເຕັດ, ຈັດວາງ ລົດໂອໂຕຫລືຫນູນຊ່ວຍປີ້ລົດໃຫ້ແກ່ກຳມະກອນເກືອບ 140.000 ຄົນກັບເມືອບ້ານ ດ້ວຍຍອດຈຳນວນເງິນ 54,4 ຕື້ດົງ.
ແລະ ໃນວັນດຽວກັນ ທ່ານ ຫງວຽນຮວ່າບີງ, ປະທານສານປະຊາຊົນສູງສຸດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວຊາວຊົນເຜົ່າ ຢູ່ ເມືອງ ທ້ວນບັກ ແຂວງ ນີງທ້ວນ. ທ່ານຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດ ຢູ່ ແຂວງ ຊອກຈັງ.
 (ແຫຼ່ງຄັດຈາກ VOV)


top