ຂ່າວສານ

ເພີ່ມທະວີການຮ່ວມມືແທດຈິງ, ມີປະສິດທິຜົນລະຫວ່າງອົງການນິຕິບັນຍັດ ຫວຽດນາມ - ຈີນ

ການນຳພັກ, ລັດ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ພິເສດແມ່ນເມື່ອທັງສອງປະເທດລ້ວນແຕ່ພວມຍູ້ແຮງການສ້າງລັດແຫ່ງກົດໝາຍສັງຄົມນິຍົມ...

ການນຳພັກ, ລັດ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ພິເສດແມ່ນເມື່ອທັງສອງປະເທດລ້ວນແຕ່ພວມຍູ້ແຮງການສ້າງລັດແຫ່ງກົດໝາຍສັງຄົມນິຍົມ...

   

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານ ລີຈານຊູ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ

(ພາບ:TTXVN)

ຕອນບ່າຍວັນທີ 1 ພະຈິກ, ທີ່ປັກກິ່ງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບທ່ານ ລີຈານຊູ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ການນຳພັກ, ລັດ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ພິເສດແມ່ນເມື່ອທັງສອງປະເທດລ້ວນແຕ່ພວມຍູ້ແຮງການສ້າງລັດແຫ່ງກົດໝາຍສັງຄົມນິຍົມ; ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນ ປຊຊ ແຫ່ງຊາດ ຈີນ ສືບຕໍ່ຍູ້ແຮງການແລກປ່ຽນບົດຮຽນໃນວຽກງານນິຕິບັນຍັດ, ເສີມຂະຫຍາຍບົດບາດໃນການຕິດຕາມກວດກາຢ່າງແຮງ, ກະຕຸກຊຸກຍູ້ລັດຖະບານສອງປະເທດປະຕິບັດບັນດາຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ; ຮັກສາແລະ ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ…

        ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະກັບທ່ານ ອ້ວາງຢ໋າງ, ປະທານສະພາປຶກສາການເມືອງແຫ່ງຊາດ ຈີນ.

ຕອນຄ່ຳວັນທີ 1 ພະຈິກ, ເມື່ອສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກຂອບໃຈທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ຫຼີຈີ້ນຜິງ. ໃນໂທລະເລກມີຕອນຂຽນວ່າ: ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການທີ່ຈົບງາມ, ຂ້າພະເຈົ້າຂໍສົ່ງຄຳຂອບໃຈຢ່າງຈິງໃຈມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ຜິງ ແລະ ການນຳພັກ, ລັດ ແລະ ປະຊາຊົນຈີນ ກ່ຽວກັບນ້ຳໃຈມິດຕະພາບ, ພ້ອມກັບການຕ້ອນຮັບທີ່ສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈຖານສະຫາຍອ້າຍນ້ອງ ເຊິ່ງພັກ, ລັດ ແລະ ປະຊາຊົນ ຈີນ ໄດ້ສະຫງວນໃຫ້ແກ່ຂ້າພະເຈົ້າ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນກຳນົດທິດຍາວນານໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງດີງາມ, ມີສະຖຽນລະພາບ, ຍືນຍົງ. ແນ່ນອນວ່າ ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກ ເພື່ອການພັດທະນາຂອງສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)


top