ຂ່າວສານ

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອີຢິບ

ຕອນບ່າຍວັນທີ 15/6, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ Amal Abdel Kader Elmorsi Salama ເຂົ້າຢ້ຽມຂ່ຳນັບ.

ຕອນບ່າຍວັນທີ 15/6, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ Amal Abdel Kader Elmorsi Salama ເຂົ້າຢ້ຽມຂ່ຳນັບ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາງເອກອັກຄະລັດຖະທູດ ອີຢິບ  Amal Abdel Kader Elmorsi Salama 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃຫ້ຮູ້ວ່າ: ປີ 2023, ຫວຽດນາມ ແລະ ອີຢິບ ຈະຈັດຕັ້ງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1963 – 2023), ດັ່ງນັ້ນສະເໜີໃຫ້ 2 ຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງທີ່ແທດຈິງ ແລະ  ມີຄວາມໝາຍ.

ເມື່ອແລກປ່ຽນບັນດາບັນຫາການຮ່ວມມືສອງຝ່າຍອື່ນໆ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສືບຕໍ່ຕັ້ງໜ້າແລກປ່ຽນຄະນະຜູ້ແທນ ແລະ ພົບປະຢູ່ບັນດາເວທີປາໄສສາກົນ; ຍົກສູງບົດບາດ ແລະ ປະສິດທິຜົນຂອງກົນໄກຮ່ວມມື, ພິເສດແມ່ນຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອີຢິບ; ນຳວົງເງິນການຄ້າສອງຝ່າຍຂຶ້ນສູ່ລະດັບ 1 ຕື້ USD/ປີ ໂດຍໄວ...

    ກ່ຽວກັບສະພາບການໂລກ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ສະເໜີໃຫ້ 2 ປະເທດສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ; ຮຽກຮ້ອງໃຫ້ ອີຢິບ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນ,ຄວາມແຕກຕ່າງກັນ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

     ສ່ວນທ່ານນາງເອກອັກຄະລັດຖະທູດອີຢິບ Amal Salama ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານ Amal Salama ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ອີຢິບ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ ຂອງ ສ.ປ.ຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 27), ແລະ ຫວັງວ່າຈະໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ມາຮ່ວມກອງປະຊຸມເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.

     ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ ປະຈຳ ຫວຽດນາມ  Jigjee Sereejav ເຂົ້າຢ້ຽມຂ່ຳນັບເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top