ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງ ຫວຽດນາມ ແລະ ແບນຊິກ

ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (EU) ເປັນສຳຄັນ, ໃນນັ້ນມີແບນຊິກ.

ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (EU) ເປັນສຳຄັນ, ໃນນັ້ນມີແບນຊິກ.

  ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ແລະ ທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ  

ຕອນບ່າຍວັນທີ 16 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (EU) ເປັນສຳຄັນ, ໃນນັ້ນມີແບນຊິກ. ທ່ານ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຕ່າງໆກັບ ອີຢູ ຢ່າງຖືກຕ້ອງ, ພ້ອມທັງປາດຖະໜາຢາກ ໃຫ້ບັນດາສະມາຊິກສະພາແຫ່ງຊາດ ແບນຊິກສືບຕໍ່ມີສຽງເວົ້າສະໜັບສະໜູນເພື່ອໃຫ້ລັດຖະສະພາ ແບນຊິກ ແລະ ລັດຖະສະພາບັນດາປະເທດສະມາຊິກໃນອີຢູ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໂດຍໄວ; ສືບຕໍ່ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ສ້າງຄວາມສະດວກໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດ ຫວຽດນາມ ສົ່ງອອກໄປຍັງ ອີຢູ.

ສ່ວນທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ; ຫວັງວ່າສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຊຸກຍູ້ການຮ່ວມມື, ແລກປ່ຽນຄະນະຜູ້ແທນລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ, ປະກອບສ່ວນນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.


top