ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ UNICEF ໃນການເບິ່ງແຍງດູແລ, ປົກປ້ອງເດັກ

ທຸກເນື້ອໃນເຊິ່ງ UNICEF ແລະ ນະຄອນ ໂຮ່ຈີມິນ ໄດ້ເປັນເອກະພາບແລ້ວ ຈະສືບຕໍ່ໄດ້ປະຕິບັດໃນໄລຍະຈະມາເຖິງ.

ທຸກເນື້ອໃນເຊິ່ງ UNICEF ແລະ ນະຄອນ ໂຮ່ຈີມິນ ໄດ້ເປັນເອກະພາບແລ້ວ ຈະສືບຕໍ່ໄດ້ປະຕິບັດໃນໄລຍະຈະມາເຖິງ.

    

ທີ່ການເຮັດວຽກ. (ພາບ: TTXVN)

ຕອນບ່າຍວັນທີ 05 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຢືອງແອັງດຶກ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Rana Flowers, ຫົວໜ້າກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ຫວຽດນາມ, ເພື່ອແລກປ່ຽນທິດທາງຊຸກຍູ້ການຮ່ວມມືລະຫວ່າງ UNICEF ກັບນະຄອນ ໂຮ່ຈີມິນ.

        ທ່ານ ເຢືອງແອັງດຶກ ຢືນຢັນວ່າ, ທຸກເນື້ອໃນເຊິ່ງ UNICEF ແລະ ນະຄອນ ໂຮ່ຈີມິນ ໄດ້ເປັນເອກະພາບແລ້ວ ຈະສືບຕໍ່ໄດ້ປະຕິບັດໃນໄລຍະຈະມາເຖິງ, ໃນນັ້ນ, ມີການຮ່ວມຈັດກອງປະຊຸມ ດ້ວຍການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ປຶກສາຫາລືກ່ຽວກັບຍຸດທະສາດຮ່ວມມືລະຫວ່າງ 2 ຝ່າຍໃນຂົງເຂດເບິ່ງແຍງດູແລ, ປົກປ້ອງເດັກ.

        ສ່ວນທ່ານນາງ Rana Flowers ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຈະຍູ້ແຮງການຮ່ວມມືພ້ອມກັບນະຄອນ ໂຮ່ຈີມິນ ໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງບັນຫາຂຸດຄົ້ນ, ປົກປ້ອງເດັກພິການ; ແຊກແຊງ ແລະ ຕີລາຄາຄວາມສ່ຽງທີ່ມີຕໍ່ເດັກ ກັບການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ…

(ແຫຼ່ງຄັດຈາກ VOV)


top