ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ

ທ່ານນາງ ດ່າວຮົ່ງລານ ປາດຖະໜາຈະສືບຕໍ່ຮ່ວມມືກັບ ສ.ເກົາຫຼີ ຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ຕ້ານພະຍາດ
  (ທີ່ການຕ້ອນຮັບ)  

ຕອນບ່າຍວັນທີ 16 ສິງຫາ, ທີ່ກະຊວງສາທາລະນະສຸກ ຫວຽດນາມ, ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ໄດ້ຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ທ່ານ Yamada Takio, ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA).

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ Park Noh Wan, ທ່ານນາງ ດ່າວຮົ່ງລານ ປາດຖະໜາຈະສືບຕໍ່ຮ່ວມມືກັບ ສ.ເກົາຫຼີ ຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ຕ້ານພະຍາດເວົ້າລວມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເວົ້າສະເພາະ. ເນື່ອງໃນໂອກາດນີ້, ຜ່ານທ່ານເອກອັກຄະລັດຖະທູດ, ກະຊວງສາທາລະນະສຸກ ຫວຽດນາມ ຮຽກຮ້ອງໃຫ້ ສ.ເກົາຫຼີ ລົງທຶນໃນຂົງເຂດການຢາ, ອຸປະກອນການແພດ, ກໍ່ສ້າງຮາກຖານກວດ ປິ່ນປົວພະຍາດ… ຢ່າງແຮງກວ່າ.

ທີ່ການຕ້ອນຮັບທ່ານ Yamada Takio, ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA), ທ່ານນາງ ດ່າວຮົ່ງລານ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍຂະແໜງສາທາລະນະສຸກ ຫວຽດນາມ ໃນການສະໜອງວັກຊິນ, ອຸປະກອນການແພດ ແລະ ສ້າງຫຼາຍລາຍການ, ໂຄງການລະອຽດໃນຂົງເຂດແພດປ້ອງກັນ,


top