ຂ່າວສານ

ເພີ່ມທະວີການຮ່ວມມືພັດທະນາອຸດສາຫະກຳ - ການຄ້າລະຫວ່າງສອງປະເທດ ຫວຽດນາມ - ລາວ

      ຕອນບ່າຍວັນທີ 17 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມກອງປະຊຸມການຮ່ວມມືພັດທະນາ ຂະແໜງອຸດສາຫະກຳການຄ້າ, ພະລັງງານ - ບໍ່ແຮ່ ລະຫວ່າງ ຫວຽດນາມ - ລາວ ປີ 2019.

ກອງປະຊຸມການຮ່ວມມືພັດທະນາ ຂະແໜງອຸດສາຫະກຳການຄ້າ, ພະລັງງານ - ບໍ່ແຮ່ ລະຫວ່າງ ຫວຽດນາມ - ລາວ ປີ 2019
      ໃນຂອບເຂດກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ ມີບັນດາການໂອ້ລົມສົນທະນາ ກັບ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍບັນຫາທີ່ກ່ຽວຂ້ອງເຖິງການພົວພັນທາງການຄ້າກໍ່ຄືບັນດາການເຄື່ອນໄຫວລົງທຶນລະຫວ່າງສອງປະເທດ. ພ້ອມທັງເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືຄືກວດກາຄືນໃໝ່, ປັບປຸງສັນຍາດ້ານການຄ້າລະຫວ່າງ ຫວຽດນາມ - ລາວ, ສັນຍາການຄ້າ ຊາຍແດນລະຫວ່າງ ຫວຽດນາມ - ລາວ, ກໍ່ສ້າງແຜນການປັບປຸງສັນຍາລະຫວ່າງສອງລັດຖະບານກ່ຽວກັບການຮ່ວມມືພັດທະນາບັນດາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່, ກໍ່ສ້າງ ແລະ ເຈລະຈາບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄ້າຊາຍແດນລະຫວ່າງ ຫວຽດນາມ ລາວ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)
 


top