ຂ່າວສານ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປຣາ​ຢຸດ ຈັນ​ໂອ​ຊາຕ​້ອນ​ຮັບ
ພົນ​ເອກ ໂງ​ຊວນ​ລິກ. ​ພາບ:TTXVN
 
      ​ຕອນ​ບ່າຍ​ວັນ​ທີ 22/2 ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປຣາ​ຢຸດ ຈັນ​ໂອ​ຊາ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້​ນ​ສູງ ຫວຽດ​ນາມ ໂດຍ ພົນ​ເອກ ໂງ​ຊວນ​ລິກ, ຮອງ​ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ ນຳ​ຫນ້າ ໄປ​ຢ້​ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກໄທ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 21/--23/2.  ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຊາບ ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ​ກ່ອນນັ້ນ ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ.  ​ ພົນ​ເອກ ໂງ​ຊວນ​ລິກ ເນັ້ນ​ຫນັກ​ວ່າ: ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ໄທ, ໃນ​ນັ້ນ ມີ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ນັບ​ມື້ນ​ັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ. ພົນ​ເອກ ໂງ​ຊວນ​ລິກ ຢືນ​ຢັນ​ວ່າ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຈະ​ສືບ​ຕໍ່ ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄທ ແລະ ປາດ​ຖະ​ຫນາ​​ວ່າ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປຣາ​ຢຸດ ຈັນ​ໂອ​ຊາ ຈະ​ສ​ືບ​ຕໍ່​ສະ​ຫນັບ​ສະ​ຫນູນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ສອງ​ປະ​ເທດພັດ​ທະ​ນາ, ປະ​ກອບ​ສ​່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.
      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປຣາ​ຢຸດ ຈັນ​ໂອ​ຊາ ຕີ​ລາ​ຄາ​ສູງ ໝາກ​ຜົນ​ການ​ຮ່ວມ​ມື​ດ້າ​ນ​ປ້ອງ​ກັນ​ຊາດ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ຖື​ວ່າ ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ກອງ​ທັບ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກວ່າ​ອີກ ບົນ​ພື້ນ​ຖານ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ຊອກ​ຫາ​ບັນ​ດາ​ຂົງ​ເຂດ​ໃຫມ່ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແລະ ຢືນ​ຢັນ: ຈະ​ສະ​ຫນັບ​ສະ​ຫນູນ ແລະ ສ້າ​ງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ນັບ​ມື້​ນັບ ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໃຫ້​ຮູ້​ວ່າ: ຈະ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ກາ​ນ​ກ່ຽວ​ຂ້ອງ​ເພີ່ມ​ທະ​ວີ​ການ​ສົມ​ທົບ,ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ຊາວ​ປະ​ມົງ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

top