ຂ່າວສານ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ໄທ

      ຕອນບ່າຍວັນທີ 19 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ ຄັ້ງທີ 3. 

ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ ຄັ້ງທີ 3 (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນດ້ານປ້ອງກັນຊາດກັບໄທປຽບເໝືອນຄູ່ຮ່ວມມືພ້ອມກັນພັດທະນາໃນອາຊຽນ ແລະ ສະເໜີໃຫ້ກະຊວງປ້ອງກັນປະເທດໄທສະໜັບສະໜູນ ກະຊວງປ້ອງກັນປະເທດຫວຽດນາມໃນບົດບາດເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມດ້ານປ້ອງກັນຊາດໃນປີ ຫວຽດນາມເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ. ທ່ານ ພົນເອກ ນັດ ອິນທະຣະຈະເລີນ , ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ໄທ, ກໍ່ຢັ້ງຢືນວ່າຍາມໃດໄທ ກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ໃນຂອບເຂດແມ່ນເສົາຄຳສຳຄັນຂອງການພົວພັນລະຫວ່າງສອງປະເທດໃນອາຊຽນ, ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສັນຕິພາບ, ການພັດທະນາລວມຂອງສອງປະເທດ ແລະ ທົ່ວພາກພື້ນ.
        ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ໃນນັ້ນສຸມໃສ່ຊຸກຍູ້ບາງເນື້ອໃນຄື: ແລກປ່ຽນຄະນະຜູ້ແທນ, ພົວພັນແລກປ່ຽນນາຍທະຫານໜຸ່ມ, ບຳລຸງສ້າງ, ຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ເກັບກູ້ລະເບີດຕົກຄ້າງ ຕ້ານກໍ່ການຮ້າຍ ແລະ ຮ່ວມມືລະຫວ່າງບັນດາທະຫານ, ເຫຼົ່າຮົບ ຂອງກອງທັບສອງປະເທດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາກຳລັງຢູ່ທະເລກໍ່ຄືຮັບມືກັບອາດຊະຍາກຳຂ້າມຊາຍແດນ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງກັນໃນປີ.
 (ແຫຼ່ງຄັດຈາກ VOV)
 


top