ຂ່າວສານ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ສິງກະໂປ

ຕອນບ່າຍວັນທີ 17 ມິຖຸນາ, ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 10 ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. 

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ສິງກະໂປ (ພາບ TTXVN)

ທີ່ກອງປະຊຸມເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າຄະນະ ຫວຽດນາມ ແລະ ທ່ານ Chen Yeng Kit, ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ, ຫົວໜ້າຄະນະ ສິງກະໂປ ໄດ້ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງພາກພື້ນ ອາຊີ - ປາຊີຟິກ; ວິວັດທະນາການຮ່ວມມືຢູ່ບັນດາກອງປະຊຸມ; ຕີລາຄາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດນັບແຕ່ພາຍຫລັງກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 9 ແລະ ໄດ້ເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍລ້ວນແຕ່ສະແດງໃຫ້ເຫັນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ ຈະສືບຕໍ່ພັດທະນາຢ່າງຮອບດ້ານ, ແທດຈິງ, 2 ຝ່າຍໄດ້ເຫັນດີເປັນເອກະສັນຈະຕັ້ງໜ້າສົມທົບ ແລະ ສະໜັບສະໜູນກັນໃນບັນດາເວທີປາໄສຫລາຍຝ່າຍ, ພິເສດແມ່ນໃນປີ 2020 ເມື່ອ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ.

        ສິ້ນສຸດກອງປະຊຸມເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ທ່ານ Chan Yeng Kit ໄດ້ລົງນາມແຜນການຮ່ວມມື 2 ປີ (2019 - 2021) ລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ.

(ແຫຼ່ງຄັດຈາກ VOV)


top