ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ເນັ້ນໜັກເຖິງການເຄື່ອນໄຫວຮ່ວມມືລະຫວ່າງບັນດາສຳນັກຂ່າວສານ, ອົງການສື່ສານ ຫວຽດນາມ ແລະ ລາວ.
ທີ່ການຕ້ອນຮັບ (ພາບ: TTXVN)
ວັນທີ 13 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ວັນນະສິນ ສິມມະວົງ, ຜູ້ອຳນວຍການໃຫຍ່ສຳນັກງານຂ່າວສານປະເທດລາວ (KPL) ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ເນັ້ນໜັກເຖິງການເຄື່ອນໄຫວຮ່ວມມືລະຫວ່າງບັນດາສຳນັກຂ່າວສານ, ອົງການສື່ສານ ຫວຽດນາມ ແລະ ລາວ ບໍ່ພຽງແຕ່ປະກອບສ່ວນແຜ່ຂະຫຍາຍຂໍ້ມູນກ່ຽວກັບເຫດການໃຫຍ່, ຊ່ວຍໃຫ້ປະຊາຊົນ 2 ປະເທດ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຶກສາຢ່າງເລິກເຊິ່ງຕໍ່ລຸ້ນໜຸ່ມ, ຊ່ວຍໃຫ້ເຂົາເຈົ້າມີສະຕິຄວາມຮັບຮູ້, ເຄົາລົບມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນສັດຊື່ບໍລິສຸດຂອງ 2 ຊາດຫຼາຍກວ່າເກົ່າອີກດ້ວຍ.
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ KPL ແລະ ສຳນັກຂ່າວສານ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຈັດການຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືໄລຍະໃໝ່; ເອົາໃຈໃສ່ສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນ, ຍົກສູງຄຸນນະພາບ, ນະວັດຕະກຳໃນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສື່ສານ.