ຂ່າວສານ

ເພີ່ມທະວີການສ້າງກົດໝາຍກ່ຽວກັບບັນຫາກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງ

ດ້ວຍຫົວຂໍ້ “ມີຄວາມສະເໝີພາບໃນມື້ນີ້ ເພື່ອອະນາຄົດທີ່ຍືນຍົງ” ຂອງວັນແມ່ຍິງສາກົນ ປີນີ້, ທ່ານ ເຈິ່ນແທັງເໝິນ ເນັ້ນໜັ້ກວ່າ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ສະມາຊິກກຳມະບານ ທີ່ເປັນເພດຍິງເສີມຂະຫຍາຍຄວາມສາມາດຂອງຕົນໄດ້ຢ່າງສຸດຂີດ, ຢັ້ງຢືນກຳລັງຄວາມສາມາດ, ຊື່ສຽງຂອງຕົນ, ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງຫຼາຍກວ່າອີກ.
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການຢ້ຽມຢາມສູນກາງສະຫະພັນແມ່ຍິງ (ພາບ: TTXVN)   

ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ, ຕອນບ່າຍວັນທີ 4 ມີນາ, ໃນຂະນະທີ່ໄປຢ້ຽມຢາມ ແລະ ອວຍພອນສູນກາງ ສະຫະພັນແມ່ຍິງ ຫວຽດນາມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ: ໃນອາຍຸການໃໝ່ຂອງ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13 ເຂິ່ງຈະດຳເນີນໃນວັນທີ 10 ມີນາຈະມາເຖິງ, ສະຫະພັນແມ່ຍິງ ຫວຽດນາມ ຈົ່ງເປັນເຈົ້າການ, ສືບຕໍ່ສົມທົບກັບບັນດາອົງການຂອງສະພາແຫ່ງຊາດຢ່າງແໜ້ນແຟ້ນ ໃນການຈັດກອງປະຊຸມສຳມະນາ, ກອງປະຊຸມຕີລາຄາສັງຄົມ, ປຶກສາຫາລື, ນຳບັນຫາຍິງ-ຊາຍເຂົ້າໃນການສ້າງກົດໝາຍ ແລະ ນະໂຍບາຍ. ສ່ວນສະພາແຫ່ງຊາດ, ກໍຈະສົມທົບຢ່າງແໜ້ນແຟ້ນເພື່ອໃຫ້ບັນຫາທີ່ກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ນຳມາພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາໃນຂັ້ນຕອນການສ້າງເອກະສານນິຕິກຳສະບັບຕ່າງໆ.

top