ຂ່າວສານ

ເພີ່ມທະວີການພົວພັນແລກປ່ຽນປະຊາຊົນຈະສ້າງປະຖົມປັດໄຈອັນດີງາມເພື່ອໃຫ້ການພົວພັນ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ

ດ້ວຍທ່າໄດ້ປຽບຂອງ 2 ພື້ນຖານເສດຖະກິດມີລັກສະນະໜູນຊ່ວຍໃຫ້ແກ່ກັນຢ່າງສູງ, ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຢູ່ແຕ່ລະປະເທດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບເພີ່ມຂຶ້ນ, ການພົວພັນ ຫວຽດນາມ - ອົດສະຕາລີ ...
  ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ (26 ກຸມພາ 1973 – 26 ກຸມພາ 2023) ໂດຍສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດຕັ້ງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ: ເພີ່ມທະວີການພົວພັນແລກປ່ຽນປະຊາຊົນຈະສ້າງປະຖົມປັດໄຈອັນດີງາມເພື່ອໃຫ້ການພົວພັນ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ທ່ານລັດຖະມົນຕີ ເຊື່ອໝັ້ນວ່າ: ດ້ວຍທ່າໄດ້ປຽບຂອງ 2 ພື້ນຖານເສດຖະກິດມີລັກສະນະໜູນຊ່ວຍໃຫ້ແກ່ກັນຢ່າງສູງ, ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຢູ່ແຕ່ລະປະເທດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບເພີ່ມຂຶ້ນ, ການພົວພັນ ຫວຽດນາມ - ອົດສະຕາລີ ຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກວ່າ:

        “ພ້ອມກັນຫວນຄືນໄລຍະທີ່ຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈດ້ວຍບັນດາຜົນງານທີ່ບັນລຸໄດ້ນັ້ນ. ຜ່ານ 5 ທົດສະວັດແຫ່ງການພັດທະນາດ້ວຍບັນດາກາລະໂອກາດ ກໍ່ຄືຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສະຫລັບກັນນັ້ນ, ໃນການຜັນແປຢ່າງບໍ່ຢຸດຢັ້ງຂອງສະພາບການພາກພື້ນ ແລະ ສາກົນໃນປະຈຸບັນ, ຫວຽດນາມ ແລະ ອົດສະຕາລີ ໄດ້ກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງກັນ ນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ”.


top