ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາຊະອານາຈັກ ແບນຊິກ

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນພ້ອມກັນປຶກສາຫາລືບັນດາຂໍ້ລິເລີ່ມ, ແນວຄິດເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດ: ວັດທະນະທຳ, ການຕ່າງປະເທດ.
  ທີ່ການໂອ້ລົມສົນທະນາ  

ວັນທີ 23 ກຸມພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ແບນຊິກ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໄດ້ຈັດການໂອ້ລົມສົນທະນາພົບປະແລກປ່ຽນປະຊາຊົນ ດ້ວຍຫົວຂໍ້ “ຂໍ້ລິເລີ່ມ ແລະ ອະນາຄົດຂອງການຮ່ວມມືພັດທະນາ ຫວຽດນາມ - ແບນຊິກ”.

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນພ້ອມກັນປຶກສາຫາລືບັນດາຂໍ້ລິເລີ່ມ, ແນວຄິດເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດ: ວັດທະນະທຳ, ການຕ່າງປະເທດ, ການຄ້າ, ການສຶກສາບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ… ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ທັງຝ່າຍ ແບນຊິກ ແລະ ຫວຽດນາມ ພ້ອມກັນແລກປ່ຽນຂໍ້ມູນຂ່າວສານໂດຍກົງ, ປຶກສາຫາລື ແລະ ຍົກອອກຂໍ້ລິເລີ່ມ, ແນວຄິດ, ວິທີການໃໝ່ໃຫ້ສອດຄ່ອງ, ແທດຈິງ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ, ຈາກນັ້ນ ຂຸດຄົ້ນ ຄວາມສາມາດບົ່ມຊ້ອນໃຫ້ໄດ້ຢ່າງສຸດຂີດ ແລະ ເປີດກວ້າງກາລະໂອກາດຮ່ວມມືໃນຫຼາຍຂົງເຂດລະຫວ່າງປະຊາຊົນ ຫວຽດນາມ - ແບນຊິກ.

 


top