ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງພະນົມເປັນ, ວຽງຈັນ

      ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ Unitel ຈະພັດທະນານັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍາມໃດກໍ່ເປັນຈຸດເດັ່ນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ...

ພິທີເຊັນບົດບັນທຶກຊ່ວຍຈຳ ລະຫວ່າງມະຫາວິທະຍາໄລ 2 ປະເທດ 
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ, ວັນທີ 26 ມັງກອນ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Samdech Sar Kheng, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ປະຈຸບັນພວມຮັກສາການນາຍົກລັດຖະມົນຕີ ກຳປູເຈຍ, ຮອງປະທານພັກປະຊາຊົນ (    CPP) ກຳອຳນາດ ແລະ ທ່ານ Samdech Say Chhum, ປະທານສະພາສູງ ກຳປູເຈຍ.
        ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ນະຄອນ ໂຮ່ຈີມິນ, ວັນທີ 26 ມັງກອນ, ທ່ານ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມບໍລິສັດ Star Telecom (Unitel), ຢູ່ນະຄອນຫຼວງ ວຽງຈັນ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ Unitel ຈະພັດທະນານັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍາມໃດກໍ່ເປັນຈຸດເດັ່ນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ  - ລາວ. ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກ ຫງວຽນທ້ຽນເຍີນ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລແຫ່ງຊາດລາວ.
 (ແຫຼ່ງຄັດຈາກ VOV)


top