ຂ່າວສານ

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ

ການນຳສອງທ່ານເຫັນດີເປັນເອກະພາບຄວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ກ່ວາອີກ
  ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ:TTXVN)  

ວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢູ່ນະຄອນຫຼວງ ພະນົມເປັນ (ປະເທດ ກຳປູເຈຍ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 – 41. ການນຳສອງທ່ານເຫັນດີເປັນເອກະພາບຄວນເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ກ່ວາອີກ, ໂດຍສະເພາະແມ່ນເສີມຂະຫຍາຍໂຄງການເຄື່ອນໄຫວໄລຍະ 2019 – 2023 ກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ. ສອງຝ່າຍກໍ່ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດຫຼາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສປຊ; ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນເພື່ອປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກພວມເກີດຂຶ້ນ.


top