ຂ່າວສານ

ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ປານາມາ

ຕອນບ່າຍວັນທີ 5/4, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ປານາມາ Érika Mouynes ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 5/4, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ປານາມາ Érika Mouynes ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ປານາມາ Érika Mouynes

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ເພື່ອພັດທະນາການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ ແລະ ປານາມາ ແລະ ຫວັງວ່າ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ເພື່ອໃຫ້ ປານາມາ ກາຍເປັນຂົວຕໍ່ນຳສິນຄ້າ ຫວຽດນາມ ເຂົ້າຕະຫຼາດ ອາເມລິກາລາຕິນ ແລະ ກົງກັນຂ້າມ ຫວຽດນາມ ແມ່ນປະຕູເພື່ອໃຫ້ສິນຄ້າ ປານາມາ ເຂົ້າສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້.

   ສ່ວນ ທ່ານນາງລັດຖະມົນຕີ Érika Mouynes ຢືນຢັນວ່າ ລັດຖະບານ ປານາມາ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ, ສົມທົບກັບກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການຕ່າງໆຂອງ ຫວຽດນາມ, ໃນນັ້ນມີການຮັກສາການແລກປ່ຽນຄະນະຜູ້ແທນ, ການພົວພັນລະຫວ່າງ 2 ປະເທດ; ຮັກສາການຮ່ວມມືຢ່າງມີປະສິດທິຜົນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ; ເພີ່ມທະວີການແລກປ່ຽນດ້ານການຄ້າ ແລະ ການລົງທຶນ, ຊຸກຍູ້ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຂຽວ ແລະ ພັດທະນາແບບຍືນຍົງ..., ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ປານາມາ ໃຫ້ນັບມື້ນັບມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top