ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ - ເອີລົບ ໃນໂລກພວມປ່ຽນແປງ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີບຸຍແທັງເຊີນເນັ້ນໜັກວ່າ ເພື່ອໃຫ້ ASEM ສືບຕໍ່ ປະສົບຜົນສຳເລັດ, ASEM ຄວນໃຫ້ ບຸລິມະສິດ ແກ່ບັນດາຂົງເຂດ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການພັດທະນາ ຂອງບັນດາປະເທດ ພາຄີ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ກະຊວງການຕ່າງປະເທດ)
      ຕອນບ່າຍວັນທີ 22 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໄດ້ເປັນປະທານການສົນທະນາປຶກສາຫາລືນະໂຍບາຍຂັ້ນສູງເວທີປາໄສຮ່ວມມື ອາຊີ - ເອລົບ (ASEM) ດ້ວຍຫົວຂໍ້ “25 ປີແຫ່ງວັນສ້າງຕັ້ງ ASEM -ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ ເອີລົບໃນໂລກພວມປ່ຽນແປງ.” ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີບຸຍແທັງເຊີນເນັ້ນໜັກວ່າ ເພື່ອໃຫ້ ASEM ສືບຕໍ່ ປະສົບຜົນສຳເລັດ, ASEM ຄວນໃຫ້ ບຸລິມະສິດ ແກ່ບັນດາຂົງເຂດ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການພັດທະນາ ຂອງບັນດາປະເທດ ພາຄີ, ເອົາໃຈໃສ່ເຖິງມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າໃນວິວັດການສ້າງທົ່ວໂລກເປັນຮູບປະທຳຄືນໃໝ່ມຸ່ງໄປເຖິງການພັດທະນາກວມລວມ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)


top