ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ແລະ ການຮ່ວມມືຢ່າງແໜ້ນແຟ້ນເພື່ອມຸ່ງໄປເຖິງການພ້ອມກັນຟື້ນຟູພາຍຫຼັງໂລກລະບາດໂຄວິດ-19

ຖະແຫຼງການຮ່ວມຊີ້ແຈ້ງວ່າ, ການຢ້ຽມຢາມທາງລັດຖະກິດຢູ່ສິງກະໂປຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ 2 ຝ່າຍໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.

ຖະແຫຼງການຮ່ວມຊີ້ແຈ້ງວ່າ, ການຢ້ຽມຢາມທາງລັດຖະກິດຢູ່ສິງກະໂປຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ 2 ຝ່າຍໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.

   

(ການພົບປະລະຫວ່າງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງປະທານາທິບໍດີ Halimah Yacob)

ວັນທີ 25 ກຸມພາ, ຫວຽດນາມ ແລະ ສິງກະໂປ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 24-26 ກຸມພາ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ຖະແຫຼງການຮ່ວມຊີ້ແຈ້ງວ່າ, ການຢ້ຽມຢາມທາງລັດຖະກິດຢູ່ສິງກະໂປຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ 2 ຝ່າຍໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ພ້ອມກັນມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.

ທີ່ການພົບປະລະຫວ່າງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງປະທານາທິບໍດີ Halimah Yacob, 2 ຝ່າຍໄດ້ເຫັນດີເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ, ລວມທັງຂົງເຂດວັດທະນະທຳ, ຊາວໜຸ່ມ, ການສຶກສາ ແລະ ທ່ອງທ່ຽວ.

2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ, ເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດຢູ່ພາກພື້ນ, ໃນນັ້ນມີການຫັນເປັນດີຈີຕອນ, ຮັກສາລັດທິຫຼາຍຝ່າຍ ໂດຍອີງໃສ່ກົດໝາຍເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ນຳໃຊ້ອາວຸດ ຫຼື ນຳໃຊ້ອາວຸດ, ສອດຄ່ອງກັບກົດໝາຍສາກົນ.

2 ຝ່າຍຕີລາຄາສູງຕໍ່ການພັດທະນາຢ່າງແຮງ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ແລະ ເຫັນດີນຳກັນຊຸກຍູ້ການຮ່ວມມືແບບຍືນຍົງ, ມຸ່ງໄປເຖິງ ການເຄື່ອນໄຫວສຳຄັນໃນປີ 2023 ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

(ແຫຼ່ງຄັດຈາກ VOV)


top