ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ

ໃນໄລຍະຜ່ານມາ, ເຖິງວ່າໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ແຕ່ບັນດາການພົບປະແບບທາງໄກ, ການໂອ້ລົມຂັ້ນສູງທາງໂທລະສັບ ຍັງສືບຕໍ່ດຳເນີນໄປຢ່າງເປັນປະຈຳ ເພື່ອຊຸກຍູ້ການຮ່ວມມືຂອງ 2 ປະເທດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 ພະຈິກ ຮອດວັນທີ 02 ທັນວາ 2021. ນີ້ແມ່ນການຢ້ຽມຢາມສຳຄັນ ສ້າງຂີດໝາຍ 71 ປີແຫ່ງວັນ ຫວຽດນາມ ແລະ ສະຫະພັນລັດເຊຍ ສ້າງຕັ້ງການພົວພັນທາງການທູດ, 20 ປີແຫ່ງວັນ 2 ປະເທດລົງນາມໃນຖະແຫຼງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ເກືອບ 10 ປີແຫ່ງວັນອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ.

        ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນຍາວນານເປັນເວລາ 70 ກວ່າປີ. ເລື່ອງເລືອກເອົາປະເທດ ລັດເຊຍ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄປຢ້ຽມຢາມ ໃນຖານະຕຳແໜ່ງໃໝ່ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ເປັນການສະແດງໃຫ້ເຫັນການຖືເປັນສຳຄັນຍິ່ງຂອງພັກດ ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ການພົວພັນ ຫວຽດນາມ - ລັດເຊຍ ກໍຄືສຳລັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເຊິ່ງແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມກັບປະຊາຊົນ ຫວຽດນາມ.

ການຮ່ວມມືຢ່າງມິປະສິດທິຜົນ, ແທດຈິງ

        ໃນໄລຍະຜ່ານມາ, ເຖິງວ່າໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ແຕ່ບັນດາການພົບປະແບບທາງໄກ, ການໂອ້ລົມຂັ້ນສູງທາງໂທລະສັບ ຍັງສືບຕໍ່ດຳເນີນໄປຢ່າງເປັນປະຈຳ ເພື່ອຊຸກຍູ້ການຮ່ວມມືຂອງ 2 ປະເທດ. ການຮ່ວມມືໃນທຸກຂົງເຂດໄດ້ຮັບການຍູ້ແຮງ: ໂຮງງານຮ່ວມທຸລະກິດ Vietsovpetro ສືບຕໍ່ຮັກສາການຮ່ວມມືຮອດປີ 2030, ໃນຂະນະທີ່, ກຸ່ມບໍລິສັດນຳມັນອາຍແກັດໃຫຍ່ຂອງລັດເຊຍ Gazprom, Rosneft ແລະ ວິສາຫະກິດຫຼາຍແຫ່ງອື່ນ ກໍ່ພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືຢູ່ ຫວຽດນາມ. ນອກນັ້ນ, ບັນດາວິສາຫະກິດນ້ຳມັນອາຍແກັດຂອງ 2 ປະເທດກໍ່ພວມພິຈາລະນາ, ເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ຄື: ໄຟຟ້າແຮງລົມ, ໄຟຟ້າອາຍແກັດເຫຼວ, ພະລັງງານຜະລິດຄືນໃໝ່… ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ, Gennady Bezdetko ໃຫ້ຮູ້ວ່າ:

        “ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງລັດເຊຍ ໃນຈຳນວນສະມາຊິກ ອາຊຽນ. ຕາມໝາກຜົນຂອງປີ 2020, ວົງເງິນການຄ້າ 2 ສົ້ນບັນລຸ 5,7 ຕື້ USD (ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2019). ໃນ 9 ເດືອນ ປີ 2021, ບັນລຸ 4,7 ຕື້ USD, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ປີ 2020, ມີ 9 ໂຄງການໃໝ່ທີ່ມີເງິນລົງທຶນຂອງລັດເຊຍ ໄດ້ຈົດທະບຽນຢູ່ ຫວຽດນາມ ດ້ວຍຈຳນວນທຶນຂຶ້ນເຖິງ 944 ລ້ານ USD”.

        ສຳລັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ບັນດາປະເທດສຳພັນທະມິດເສດຖະກິດ ອາຊີ - ເອີລົບ ທີ່ມີຜົນສັກສິດນັບແຕ່ປີ 2016 ເຊິ່ງ ລັດເຊຍ ເປັນສະມາຊິກ, ບັນດາວິສາຫະກິດຂອງ ລັດເຊຍ ເປີດກ້ວາງປະຕູເພື່ອສົ່ງອອກສິນຄ້າໄປຍັງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ. ຕາມຕົວເລກຈາກກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປະຈຸບັນມີວິສາຫະກິດ ຫວຽດນາມ ປະມານ 900 ແຫ່ງ ເຂົ້າຮ່ວມການສົ່ງອອກໄປສະຫະພັນ ເສດຖະກິດ ອາຊີ - ເອີລົບ. ໃນນັ້ນ, ລະດັບການເຕີບໂຕດ້ານການຄ້າກັບ ລັດເຊຍ ແມ່ນເພີ່ມຂຶ້ນສູງຄື 30%/ປີ.

        ພ້ອມກັບການຮ່ວມມືທາງດ້ານເສດຖະກິດ, ລັດເຊຍ ຍັງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນຂົງເຂດເຕັກນິກການທະຫານ. 2 ຝ່າຍກໍ່ຊຸກຍູ້ໃນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ຮ່ວມມືຂັ້ນທ້ອງຖິ່ນ, ການຮ່ວມມືດ້ານການສຶກສາ, ທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ.

        ໃນໄລຍະຫາກໍເກີດໂລກລະບາດໂຄວິດ-19, ຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງ ແລະ ອຸປະກອນການແພດອື່ນຈຳນວນໜຶ່ງໃຫ້ ລັດເຊຍ. ກົງກັນຂ້າມ, ຝ່າຍ ລັດເຊຍ ໄດ້ອຸປະຖຳວັກຊິນ Sputnik-V ຈຳນວນຫຼາຍ ແລະ ຢາປິ່ນປົວ, ອຸປະກອນການແພດຈຳນວນໜຶ່ງໃຫ້ ຫວຽດນາມ.

        ລັດເຊຍ ກໍ່ຖືເປັນສຳຄັນການພົວພັນ 2 ຝ່າຍກັບ ຫວຽດນາມ, ພ້ອມກັນນັ້ນ ກໍຖືເປັນສຳຄັນການພົວພັນກັບ ອາຊຽນ, ອົງການເຊິ່ງ ຫວຽດນາມ ໄດ້ສວມບົດບາດສຳຄັນ. ລັດເຊຍ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ການຢ້ຽມຢາມເປີດການຮ່ວມມືໃໝ່ຫຼາຍຢ່າງ

        ໃນທ່າຮ່ວມມືພວມພັດທະນາຢ່າງດີງາມຄືແນວນັ້ນ, ການຢ້ຽມຢາມ ລັດເຊຍ ຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ມີຄວາມໝາຍສຳຄັນ, ຊຸກຍູ້ບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວ, ພ້ອມກັນນັ້ນກໍ່ເປີດທິດທາງຮ່ວມມືໃໝ່ຫຼາຍຢ່າງລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ, Gennady Bezdetko ຖືວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ໃນການໄປຢ້ຽມຢາມຂັ້ນສູງສຸດ, ການນຳ 2 ປະເທດຈະແລກປ່ຽນລາຍລະອຽດກ່ຽວກັບເລື່ອງສືບຕໍ່ເພີ່ມທະວີ ແລະ ສ້າງໂຄງປະກອບດ້ານການຄ້າລະຫວ່າງ 2 ປະເທດພວກເຮົາໃຫ້ສົມບູນແບບ, ຊຸກຍູ້ການຮ່ວມມືໃນຂົງເຂດມີມາແຕ່ດົນນານ ແລະ ມີແງ່ຫວັງໃໝ່, ລວມທັງສະໜອງ ແລະ ນຳໃຊ້ອາຍແກັດເຫຼວ, ປະກອບລົດໃຫຍ່, ໄຟຟ້າ, ທະນາຄານ ແລະ ຂົງເຂດການເງິນ. ພວກຂ້າພະເຈົ້າມີຄວາມສົນໃຈຕໍ່ເລື່ອງເປີດກວ້າງການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບຳລຸງສ້າງວິຊາຊີບໃຫ້ທະຫານປະຊາຊົນ ຫວຽດນາມ ຢູ່ມະຫາວິທະຍາໄລສະເພາະຂະແໜງຂອງ ລັດເຊຍ.”

        ການໄປຢ້ຽມຢາມ ລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຄັ້ງນີ້ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງການຖືເປັນສຳຄັນຍິ່ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ, ປະກອບສ່ວນປັບປຸງນ້ຳໃຈມິດຕະພາບ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)


top