ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ

      ວັນທີ 31 ມີນາ 2021, ໄດ້ດຳເນີນກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 21 ຕາມຮູບການທາງອອນລາຍ.
ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 21 ຖືກຈັດຂຶ້ນຕາມຮູບການທາງອອນລາຍ
      ນີ້ແມ່ນກອງປະຊຸມປະຈຳປີ ເພື່ອແນໃສ່ຕີລາຄາສະພາບການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ແລະ ໂຄງການຮ່ວມມືໃນຂອບເຂດ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ. ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
        ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານກຸ່ມຮັບຜິດຊອບສະເພາະ ກ່ຽວກັບຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ປີ 2021, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຕີລາຄາສູງບັນດາການປະກອບສ່ວນ ແລະ ການໜູນຊ່ວຍຂອງ ອິນເດຍ ໃນການຜັນຂະຫຍາຍແຜນການປະຕິບັດງານ ຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ໄລຍະທີ III (2016 – 2020); ແລະ ສະເໜີ ອິນເດຍ ສືບຕໍ່ໜູນຊ່ວຍ ອາຊຽນ ປະຕິບັດແຜນການປະຕິບັດງານ IAI ໄລຍະທີ IV (2021 – 2025) ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃນເດືອນພະຈິກ ປີ 2020 ຜ່ານມາ.
 (ແຫຼ່ງຄັດຈາກ VOV)
 

top