ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ EU ແລະ ບັນດາປະເທດສະມາຊິກ ເປັນສຳຄັນ; ສະເໜີໃຫ້ທ່ານເອກອັກຄະລັດຖະທູດ
  ທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີລົບ (EU) ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ:nhandan.vn)  

ຕອນບ່າຍວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີລົບ (EU) ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ EU ແລະ ບັນດາປະເທດສະມາຊິກ ເປັນສຳຄັນ; ສະເໜີໃຫ້ທ່ານເອກອັກຄະລັດຖະທູດ, ຄະນະປະຕິບັດງານ EU ສືບຕໍ່ຊຸກຍູ້ການແລກປ່ຽນຄະນະ, ພົບປະທຸກຂັ້ນ; ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມື, ເຈລະຈາຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ບັນດາເປົ້າໝາຍພັດທະນາແບບຍືນຍົງ, ຫັນປ່ຽນສີຂຽວ, ຫັນເປັນດີຈີຕອນ…

ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ ແລະ ຕັ້ງໜ້າຊຸກຍູ້ບັນດາປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ; ຍູ້ແຮງການຮ່ວມມືດ້ານການຄ້າ - ການລົງທຶນ; ສືບຕໍ່ປະຕິບັດບັນດາໂຄງການ, ແຜນການຮ່ວມມືພັດທະນາໃຫ້ແກ່ ຫວຽດນາມ.


top