ຂ່າວສານ

ເພີ່ມທະວີການທ່ອງທ່ຽວລະຫວ່າງແຂວງ ດ້ຽນບຽນ ແລະ ແຂວງ ຫລວງພະບາງ

      ວັນທີ 16 ກັນຍາ, ທີ່ນະຄອນ ດ້ຽນບຽນຝູ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ (ຫວຽດນາມ) ໄດ້ເຈລະຈາກັບຄະນະປະຕິບັດງານຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງພະບາງ (ລາວ)

ເພີ່ມທະວີການທ່ອງທ່ຽວລະຫວ່າງແຂວງ ດ້ຽນບຽນ ແລະ ແຂວງ ຫລວງພະບາງ (ພາບ: dienbien.gov.vn)
      ກ່ຽວກັບເລື່ອງເພີ່ມທະວີການຮ່ວມມື, ພັດທະນາໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ.
        ທີ່ການພົບປະເຈລະຈາ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫລວງພະບາງ ໄດ້ເຫັນດີເປັນເອກະພາບຕໍ່ໄລຍະ 2019 – 2020, 2 ຝ່າຍຈະຊຸກຍູ້ການເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືພັດທະນາໃນບັນດາຂົງເຂດວັດທະນະທຳ, ໂຄສະນາພາບພົດ, ວັດທະນະທຳ, ປະຊາຊົນ 2 ແຂວງ. ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ; ງານວາງສະແດງພາບຖ່າຍສີລະປະ…2 ຝ່າຍກໍ່ເຫັນດີເປັນເອກະພາບສະເໜີຕໍ່ຂັ້ນທີ່ກ່ຽວຂ້ອງພິຈາລະນາເປີດສາຍການບິນໂດຍກົງຈາກ ດ້ຽນບຽນ ໄປ ຫລວງພະບາງ.
        ພາຍຫລັງການພົບປະເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳດ້ວຍເນື້ອໃນຈຸດສຸມແມ່ນແນໃສ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືພັດທະນາການທ່ອງທ່ຽວ; ເພີ່ມທະວີການແລກປ່ຽນບົດຮຽນໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ.
 (ແຫຼ່ງຄັດຈາກ VOV)
 


top