ຂ່າວສານ

ເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ໃຈກາງເຂດເກີດໂລກລະບາດ ນະຄອນໂຮ່ຈີມິນ

      ລົດໄຟຂົນສົ່ງເຄື່ອງອຸປະກອນການແພດ ໂດຍກະຊວງສາທາລະນະສຸກຫວຽດນາມ ແລະ ໂຮງໝໍ ແບັກມາຍ (ຮ່າໂນ້ຍ) ໄດ້ໄປນະຄອນ ໂຮ່ຈີມິນ ເພື່ອຕໍ່ກຳລັງແຮງຕ້ານໂລກລະບາດ.
ຖັນແຖວແພດໝໍທາງພາກເໜືອໄປຊ່ວຍເໜືອນະຄອນ ໂຮ່ຈີມິນ
(ພາບ: hcmcpv.org.vn)
      ຕອນເຊົ້າວັນທີ 01 ສິງຫາ, ລົດໄຟຂົນສົ່ງເຄື່ອງອຸປະກອນການແພດ ໂດຍກະຊວງສາທາລະນະສຸກຫວຽດນາມ ແລະ ໂຮງໝໍ ແບັກມາຍ (ຮ່າໂນ້ຍ) ໄດ້ໄປນະຄອນ ໂຮ່ຈີມິນ ເພື່ອຕໍ່ກຳລັງແຮງຕ້ານໂລກລະບາດ. ຈຳນວນເຄື່ອງອຸປະກອນການແພດລວມມີ: ເຄື່ອງຊ່ວຍຫາຍໃຈ, ຈັກກັນຕອງເລືອດ, ຈັກ ECMO… ທ່ານ ດ່າວຊວັນເກີ, ຮອງຫົວໜ້າໂຮງໝໍ ແບັກມາຍ, ໃຫ້ຮູ້ວ່າ:
“ລົດໄຟໄດ້ເລີ່ມເດີນທາງ, ຂົນສົ່ງທຸກເຄື່ອງອຸປະກອນການແພດເພື່ອໃຫ້ພວກຂ້າພະເຈົ້າເຄື່ອນໄຫວເຮັດວຽກຢູ່ສູນສຸກເສີນສຸຂະພາບ 500 ຕຽງ ຂຶ້ນກັບໂຮງໝໍກາງສະໜາມ 3.000 ຕຽງຢູ່ເມືອງ 7, ນະຄອນ ໂຮ່ຈີມິນ, ເພື່ອແນໃສ່ປິ່ນປົວໃຫ້ບັນດາຄົບເຈັບໜັກ. ໂຮງໝໍ ແບັກມາຍ ກໍ່ຈັດສົ່ງຄະນະພະນັກງານທີ່ມີປະສົບການເພື່ອເຄື່ອນໄຫວໂຮງໝໍກາງສະໜາມ”.
ແລະກໍ່ໃນຕອນເຊົ້າວັນທີ 01 ສິງຫາ, ຢູ່ຮ່າໂນ້ຍ, ກົມໃຫຍ່ພະລາທິການ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີເລີ່ມເຄື່ອນໄຫວໂຮງໝໍກາງສະໜາມຕິດແປດ ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ບິ່ງເຢືອງ.
 (ແຫຼ່ງຄັດຈາກ VOV)


top