ຂ່າວສານ

ເພີ່ມທະວີການຄວບຄຸມຄວາມສ່ຽງຕິດເຊືຶ້ອພະຍາດໂຄວິດ-19 ແຊກຊຶມຈາກພາຍນອກ

ທີ່ກອງປະຊຸມໃນຕອນບ່າຍວັນທີ 21 ພຶດສະພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ຍົກອອກ 5 ກຸ່ມຄົນ ທີ່ມີຄວາມສ່ຽງນຳເຊື້ອພະຍາດແຊກຊຶມເຂົ້າ ຫວຽດນາມ ໃນປັດຈຸບັນ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ເປັນປະທານກອງປະຊຸມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ຮຽບຮຽງເອກະສານແນະນຳການເຂົ້າເມືອງສຳລັບນັກຊ່ຽວຊານ, ຊາວຜູ້ອອກແຮງງານຕ່າງປະເທດ ຕາມຂັ້ນຕອນຄົບຊຸດ ນັບແຕ່ການອອກວິຊາ ຈົນເຖິງການຈັດຕັ້ງຮາກຖານແຍກຕົວ ແລະ ຕິດຕາມອາການສຸຂະພາບພາຍຫລັງປະຕິບັດການແຍກຕົວ.

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ:VGP)

 ໃຫ້ຂໍ້ສັງເກດກ່ຽວກັບສະພາບການໂລກລະບາດໂຄວິດ-19 ພາຍໃນປະເທດໃນປັດຈຸບັນ ແມ່ນສາມາດຄວບຄຸມ ແລະ ຍູ້ໃຫ້ຖອຍໄປໂດຍພື້ນຖານແລ້ວ, ບັນດາສະມາຊິກຄະນະຊີ້ນຳແຫ່ງຊາດຊີ້ແຈ້ງວ່າ ໃນໂລກ ເຊື້ອພະຍາດໂຄວິດ-19 ຍັງຄົງມີການຜັນແປຢ່າງສັບສົນ ແລະ ຍັງກວດພົບບັນດາກໍລະນີຕິດເຊື້ອແຊກຊຶມເຂົ້າ ຫວຽດນາມ ໃນໄລຍະຜ່ານມາ. ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການເຈົ້າໜ້າທີ່ ຈົ່ງສືບຕໍ່ເພີ່ມທະວີການຄວບຄຸມຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ແຊກຊຶມເຂົ້າຈາກພາຍນອກໃຫ້ເຄັ່ງຄັດ. ສະເໜີໃຫ້ບັນດາຫົວໜ່ວຍພວມຜັນຂະຫຍາຍໂຄງການຢູ່ ຫວຽດນາມ ໃນໄລຍະນີ້ ອາດສາມາດນຳໃຊ້ແຮງງານ ຫວຽດນາມ ເພື່ອທົດແທນໃຫ້ແຮງງານຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

top