ຂ່າວສານ

ເພີ່ມທະວີການກະທຳເພື່ອທຳມະຊາດເພື່ອບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງ

ກອງປະຊຸມສະມັດຊາສິ່ງແວດລ້ອມສະຫະປະຊາຊາດ (UNEA-5) ໄດ້ຈັດຂຶ້ນທາງອອນລາຍ, ດ້ວຍຫົວຂໍ້ຕົ້ນຕໍ່ແມ່ນ “ເພີ່ມທະວີການກະທຳເພື່ອທຳມະຊາດ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ”.
ກອງປະຊຸມສະມັດຊາສິ່ງແວດລ້ອມສະຫະປະຊາຊາດ. (ພາບ: vea.gov.vn)
ໃນລະຫວ່າງວັນທີ 22 – 23 ກຸມພາ, ກອງປະຊຸມສະມັດຊາສິ່ງແວດລ້ອມສະຫະປະຊາຊາດ (UNEA-5) ໄດ້ຈັດຂຶ້ນທາງອອນລາຍ, ດ້ວຍຫົວຂໍ້ຕົ້ນຕໍ່ແມ່ນ “ເພີ່ມທະວີການກະທຳເພື່ອທຳມະຊາດ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ”. ທ່ານຫົວໜ້າກົມໃຫຍ່ສິ່ງແວດລ້ອມຫວຽດນາມ ຫງວຽນວັນຕ່າຍ, ຫົວໜ້າຄະນະຜູ້ແທນຫວຽດນາມ, ໃຫ້ຮູ້ວ່າ: ໃນກອງປະຊຸມແລກປ່ຽນ, ປຶກສາຫາລືບັນດາເນື້ອໃນໃນໂຄງການດຳເນີນງານດຳເນີນໄປຕາມການຄາດຄະເນ. ໃນນັ້ນສືບຕໍ່ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດມະຕິເລກທີ 73/333 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (UNGA). ພ້ອມກັນນັ້ນ, ກອງປະຊຸມໄດ້ພິຈາລະນາຕົກລົງຈັດກອງປະຊຸມພິເສດເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການສິ່ງແວດລ້ອມສະຫະປະຊາຊາດ (UNEP) ໃນເດືອນ ມີນາ 2022. ບັນດາໂຄງການດຳເນີນງານທີ່ຍັງເຫຼືອຂອງ UNEA-5 ສືບຕໍ່ໄດ້ພິຈາລະນາທີ່ກອງປະຊຸມຄັ້ງຕໍ່ໄປຂອງ UNEA-5, ເຊິ່ງຄາດວ່າຈະຈັດຕັ້ງຢູ່ຫໍປະຊຸມໃນວັນທີ 28 ກຸມພາ ຫາວັນທີ 02 ມີນາ 2022.
(ແຫຼ່ງຄັດຈາກ VOV)

top