ອາຫານການກິນ

ເຝີເຈ ຮ່າໂນ້້ຍ

ຜູ້ກິນເຈ ເປັນປະຈຳ ແນ່ນອນວ່າ ຈະບໍ່ເປັນເລື່ອງແປກ ກັບ ເຝີເຈ ຊຶ່ງແມ່ນໜຶ່ງໃນບັນດາລາຍການອາຫານເຈ ທີ່ເປັນເອກະລັກ ຂອງ ຊາວ ຮ່າໂນ້ຍ.

ຜູ້ກິນເຈ ເປັນປະຈຳ ແນ່ນອນວ່າ ຈະບໍ່ເປັນເລື່ອງແປກ ກັບ ເຝີເຈ ຊຶ່ງແມ່ນໜຶ່ງໃນບັນດາລາຍການອາຫານເຈ ທີ່ເປັນເອກະລັກ ຂອງ ຊາວ ຮ່າໂນ້ຍ.

ສ່ວນປະກອບຂອງລາຍການອາຫານ ເຝີເຈ ປະກອບມີ: ເສັ້ນເຝີ, ຜັກບົ່ວ, ເຫັດນາງລົມຫຼວງ ແລະ ເຫັດນາງລົມ...

 

ຄວາມແຕກຕ່າງໂດຍພື້ນຖານທີ່ສຸດ ລະຫວ່າງອາຫານເຈ ທົ່ວ ໄປ ແລະ ເຝີເຈ ຮ່າໂນ້ຍ ເວົ້າສະເພາະ ແມ່ນຢູ່ທ່ີສ່ວນປະກອບ ຈະຜະລິດຈາກພືດທັງໝົດ. ນັ້ນແມ່ນເຫດຜົນເຮັດໃຫ້ຄວາມ ຫວານ ຂອງ ນໍ້າເຝີ ທ່ີເປັນເອກະລັກ. ມັນແມ່ນຄວາມຫວານ ເຢັນ ແບບທໍາມະຊາດ ຂອງ ຜັກ ຊະນິດຕ່າງໆ ບໍ່ໄດ້ເກີດຈາກ ນໍ້າຕົ້ມກະດູກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຝີເຈ​ ​ຍັງ​ຄົງ​ຮັກສາ ໄດ້​ລົດ​ຊາດ​ທີ່​ຫອມແຊບ ພິເສດ​ ອັນເນື່ອງຈາກ ມີພິທີການປຸງ ແຕ່ງ ຢ່າງພິຖີ ພິຖັນ ແລະ ລະອຽດຮອບຄອບ. 

 

ເສັ້ນເຝີ, ຜັກບົ່ວ ແລະ ເຫັດ ໄດ້ຜ່ານການປຸງແຕ່ງຂັ້ນຕົ້ນໃຫ້ ສຸກ.

 ເພື່ອສ້າງເປັນອາຫານ ເຝີເຈ ທີ່ແຊບໆ, ການຄັດເລືອກ ສ່ວນ ປະກອບ ແມ່ນເຄັ່ງຄັດທີ່ສຸດ, ລວມທັງ: ເຫັດນາງລົມຫຼວງ, ເຫັດນາງລົມ ແລະ ຜັກ, ຫົວຜັກ, ໝາກໄມ້ຊະນິດຕ່າງໆ. 

ສ່ວນປະກອບທີ່ຂາດບໍ່ໄດ້ ໃນການເຮັດ ເຝີເຈ ທີ່ແຊບ ນັ້ນ ແມ່ນ ນໍ້າເຝີ. ນໍ້າເຝີເຈ ຕາມປົກກະຕິ ແມ່ນເຮັດຈາກນໍ້າລວກ ຜັກ, ຫົວຜັກ ແລະ ເຄື່ອງເທດຈຳນວນໜຶ່ງ ເພື່ອສ້າງລົດຊາດ ທີ່ ເປັນເອກະລັກ ຂອງ ອາຫານ ລວມມີ ຫົວກາຣົດ, ເຫັດຫອມ, ຫົວຜັກກາດຂາວ, ຫົວຜັກບົ່ວ ສີອິດ ແລະ ຂີງ.  ຜັກເຫຼົ່ານີ້ໃຫ້ ລົດຊາດ, ສີສັນ ກໍຄືບັນດາວິຕາມິນ ແລະ ແຮ່ທາດ... ເມື່ອຮັບ ປະທານ ຈະເອົາເສັ້ນເຝີ ໃສ່ຖ້ວຍ, ຈັດ ເຫັດນາງລົມຫຼວງ ແລະ ເຫັດນາງລົມຈືນ ພ້ອມກັບຜັກບົ່ວ, ຫົວຜັກບົ່ວໃຫຍ່ ເລັກນ້ອຍ, ຈາກນັ້ນຖອກ ນໍ້າເຝີ ຮ້ອນໆ ໃສ່ຖ້ວຍ ແລ້ວສາມາດຮັບປະ ທານ ລາຍການອາຫານ ເຝີເຈ ທີ່ແຊບໆ.


ຄວາມ​ຫວານ​ ຂອງ ​ຜັກ​ຊະນິດຕ່າງໆ ເປັນ​ສິ່ງ​ທີ່​ນຳ​ມາ​ຄວາມ​ດູດ​ດື່ມ​ ຂອງລາຍການອາຫານ ເຝີເຈ ​ຮ່າ​ໂນ້ຍ, ຄວາມ​ຫວານ ນົວ ທີ່​ບໍ່​ໄດ້​ຄືກັນ​ກັບ​ເຄື່ອງ​ເທດ​ອື່ນໆ, ນຳ​ມາຊຶ່ງ ຄວາມຮູ້ສຶກ ສະຫງົບ ສະບາຍໃຈ ໃນ​ຈິດ​ວິນ​ຍານ​ຂອງ​ຜູ້​ຮັບປະທານ. ເພື່ອ ເຮັດໃຫ້ ເຝີເຈ ມີລົດຊາດທີ່ເຂັ້ມຂຸ້ນ ຂອງຊາວ ຮ່າໂນ້ຍ, ຜູ້ປຸງ ແຕ່ງ ຕ້ອງນຳໃຊ້ ບັນດາເຄື່ອງເທດ ຈາກທຳມະຊາດ ເຊັ່ນ: ແຄ່, ຈັນແປດກີບ (ດອກຈັນບ້ານ), ໝາກແໜ່ງ..

 

ລາຍການອາຫານ ເຝີເຈ ສໍາເລັດຮູບ.

 

ບໍ່ພຽງແຕ່ມີຄວາມແຊບ ຍ້ອນຄວາມຮູ້ສຶກ ດ້ານລົດຊາດ ເທົ່າ ນັ້ນ, ແຕ່ເຊື່ອງຊ້ອນຢູ່ເບື້ອງຫຼັງ ຂອງ ລາຍການອາຫານ ທີ່ເບິ່ງ ຄືວ່າງ່າຍນັ້ນ ແມ່ນທິດສະດີ ປັດຊະຍາຊີວິດ ທີ່ເຕັມໄປດ້ວຍ ຄວາມໝາຍ. ຜູ້ຄົນມັກເວົ້າກັນວ່າ ການກິນເຈ ໝາຍເຖິງການ ເຄົາລົບຊີວິດ, ກິນເຈ ເພື່ອໃຫ້ໂລກທີ່ໃສສະອາດ, ເມດຕາປານີ ຍິ່ງຂຶ້ນ ແລະ ນຳຈິດໃຈໄປສູ່ ຄວາມສະຫງົບສຸກ ສຳລານໃຈ.

ທີ່ຢູ່ຮ້ານອາຫານ: - ຮ້ານອາຫານ Green inn, ເຮືອນເລກທີ 41 ຄຸ້ມຖະໜົນ ຮ່າງນ໋ອນ, ຕາແສງ ຮ່າງກາຍ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ- ເບີໂທ: 0963389571

 ບົດ ແລະ ພາບ: ແທງຢາງ - ແປໂດຍ: ບິກລຽນ



top