ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 30 ເມສາ ທີ່ ນະຄອນ ໂຮ່ຈີມິນ, ເປັນໂອກາດໃຫ້ ຫວຽດນາມ ສະແດງ ຄວາມຮູ້ ບຸນຄຸນ ແລະ ລະນຶກເຖິງ ບັນດາວິລະຊົນ ນັກຮົບ ທ່ີເສຍສະຫຼະ ຊີວິດ ເພື່ອຊາດ, ຕອບບຸນແທນຄຸນ ນໍ້າໃຈ ຂອງເພື່ອນມິດສາກົນ ທີ່ ໄດ້ໃຫ້ການສະໜັບສະໜູນ ຢ່າງກະຕືລືລົ້ນ ໃນການຕໍ່ສູ້ປົດປ່ອຍ ຊາດ ແລະ ເຜີຍແຜ່ ຄຸນຄ່າແຫ່ງສັນຕິພາບ.
ເວລາ 7:30 ໂມງ ເຊົ້າ ຂອງ ວັນທີ 30 ເມສາ, ກຳລັງທະ ຫານ ໄດ້ທໍາພິທີຍິງປືນໃຫຍ່ 21 ນັດ ຢູ່ບໍລິເວນສວນສາທາລະ ນະ ທ່າ ແບັກດັ່ງ (ເຂດ 1, ນະຄອນ ໂຮ່ຈີມິນ), ສະເຫຼີມສະຫຼອງ ວັນຄົບຮອບ 50 ປີແຫ່ງວັນ ທ້ອນໂຮມປະເທດຊາດ ເປັນເອກະ ພາບ. ພາບ: ທົງຫາຍ/VNP
ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 30 ເມສາ ທີ່ ນະຄອນ ໂຮ່ຈີມິນ, ເປັນໂອກາດໃຫ້ ຫວຽດນາມ ສະແດງ ຄວາມຮູ້ ບຸນຄຸນ ແລະ ລະນຶກເຖິງ ບັນດາວິລະຊົນ ນັກຮົບ ທ່ີເສຍສະຫຼະ ຊີວິດ ເພື່ອຊາດ, ຕອບບຸນແທນຄຸນ ນໍ້າໃຈ ຂອງເພື່ອນມິດສາກົນ ທີ່ ໄດ້ໃຫ້ການສະໜັບສະໜູນ ຢ່າງກະຕືລືລົ້ນ ໃນການຕໍ່ສູ້ປົດປ່ອຍ ຊາດ ແລະ ເຜີຍແຜ່ ຄຸນຄ່າແຫ່ງສັນຕິພາບ.
ທ່ານ John McAuliff, ຜູ້ອໍານວຍການບໍລິຫານມູນນິທິ ໄກ່ເກ່ຍ ສັນຕິພາບ ແລະ ພັດທະນາ (FRD) ຂອງ ສ ອາເມລິກາ ກ່າວດ້ວຍ ຄວາມຕື້ນຕັນໃຈ ໃນຂະນະທີ່ໄດ້ເຫັນກັບຕາ ຊ່ວງເວລາ ທີ່ທ່ານຖື ວ່າ “ສໍາຄັນທີ່ສຸດ ໃນປະຫວັດສາດ ຂອງຊາດ ຫວຽດນາມ” ວ່າ: “ມື້ ນີ້, ພວກເຮົາສະເຫຼີມສະຫຼອງ 50 ປີ ແຫ່ງການສິ້ນສຸດສົງຄາມ ຊຶ່ງ ພວກເຈົ້າເອີ້ນວ່າ ການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ. ແຕ່ເມື່ອ 30 ປີກ່ອນ, ຂ້າພະເຈົ້າຢາກເອີ້ນສິ່ງນີ້ວ່າ ການເລີ່ມຕົ້ນ ຂອງ ສັນຕິພາບ, ເມື່ອ ສ ອາເມລິກາ ແລະ ຫວຽດ ນາມ ສ້າງຕັ້ງສາຍພົວພັນທາງການທູດ ເມື່ອປີ 1995”.
“... ພາຍຫຼັງ 50 ປີແຫ່ງການທ້ອນໂຮມປະເທດຊາດ ເປັນເອກະ ພາບ, ເກືອບ 40 ປີ ແຫ່ງການຈັດຕັ້ງປະຕິບັດ ຂະບວນວິວັດ ແຫ່ງ ການປ່ຽນແປງໃໝ່, ປະເທດຊາດຂອງພວກເຮົາ ໄດ້ຜ່ານຜ່າຄວາມ ຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ, ບັນລຸໄດ້ ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງປະຫວັດສາດ ແລະ ໄດ້ສ້າງພາລະກິດ ອັນໃຫຍ່ ຫຼວງ, ກຳລັງແຮງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະ ຖານະບົດບາດ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຄືໃນທຸກ ວັນ ນີ້. ຈາກປະເທດທີ່ທຸກຍາກ, ລ້າຫຼັງ ຖືກສົງຄາມທໍາລາຍຢ່າງໜັກ ໜ່ວງ, ຖືກປິດລ້ອມ, ໂດດດ່ຽວ, ມາຮອດປັດຈຸບັນ ຫວຽດນາມ ໄດ້ ກາຍເປັນ ປະເທດ ກໍາລັງ ພັດທະນາ, ມີລາຍຮັບ ໃກ້ຄຽງລະດັບ ປານກາງສູງ, ເຊື່ອມໂຍງຢ່າງເລິກເຊິ່ງ ເຂົ້າໃນເວທີການເມືອງໂລກ, ເສດຖະກິດໂລກ, ອາລະຍະທໍາຂອງມະນຸດ, ຮັບຜິດຊອບໜ້າທີ່ ສາ ກົນ ຫຼາຍປະການ, ມີບົດບາດ ເປັນເຈົ້າການ, ຕັ້ງໜ້າ ໃນຫຼາຍ ອົງ ການຈັດຕັ້ງສາກົນ, ເວທີປາໄສ ຫຼາຍຝ່າຍທີ່ສໍາຄັນ. ຄວາມເປັນ ເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ໄດ້ຮັບການປົກປັກຮັກສາ; ຜົນປະໂຫຍດ ຂອງຊາດ, ຂອງ ປະຊາຊົນ ໄດ້ຮັບການຮັບປະກັນ...”.
ຄັດຈາກບົດກ່າວປາໄສ ຂອງສະຫາຍເລຂາທິການໃຫຍ່ ໂຕເລິມ ໃນພິທີສະເຫຼີມສະຫຼອງ, ສວນສະໜາມ, ແຫ່ຂະບວນ 50 ປີ ແຫ່ງ ວັນປົດປ່ອຍ ພາກໃຕ້, ທ້ອນໂຮມປະເທດຊາດ ເປັນໜຶ່ງດຽວ (ວັນທີ 30 ເມສາ 1975-ວັນທີ 30 ເມສາ 2025).
ສະຫາຍເລຂາທິການໃຫຍ່ ໂຕເລີມ ແລະ ບັນດາຜູ້ແທນ ຊົມ ການສວນສະໜາມ, ແຫ່ຂະບວນ ເທິງເວທີ. ພາບ: VNA
ລາຍການສະແດງສິລະປະເປີດສາກພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບໃນຕອນເຊົ້າວັນທີ 30 ເມສາ ຢູ່ນະຄອນ ໂຮ່ຈີມິນ. ພາບ: ເລມິງ/VNP
ເຮືອບິນຂັບໄລ່ ຂອງກອງທັບອາກາດ ຫວຽດນາມ ສະແດງ ເຕັກນິກ ການບິນ ທີ່ສວຍງາມ. ພາບ: ເລລິງ
“ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນ ສິ້ນສຸດ ສົງ ຄາມຢ່າງສົມກຽດ, ເປີດສັງກາດ ແຫ່ງປະເທດຊາດ ທີ່ເປັນເອກະ ພາບ, ດ້ວຍການ ສວນສະໜາມ ແຫ່ຂະບວນ ຂະໜາດໃຫຍ່ ພ້ອມ ດ້ວຍສານ ທີ່ມຸ່ງໄປສູ່ອະນາຄົດ ແຫ່ງສັນຕິພາບ”.
ສໍານັກຂ່າວສານ AP ຂອງ ອາເມລິກາ
ທ່ານ McAuliff ໄດ້ນໍາພາຄະນະຜູ້ແທນ FRD ຈໍານວນ 21 ຄົນ ມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມເຫດການຕ່າງໆ ເນື່ອງໃນ ໂອກາດ ສະເຫຼີມສະຫຼອງ ໄຊຊະນະ 30 ເມສາ ທີ່ນະຄອນ ໂຮ່ຈີ ມິນ. ຄະນະ ປະກອບດ້ວຍນັກເຄື່ອນໄຫວ ຕໍ່ຕ້ານສົງຄາມ ຂອງ ສ ອາເມລິກາຢູ່ ຫວຽດນາມ ໃນອະດີດ, ຄະນະມາຢ້ຽມຢາມ ຫວຽດ ນາມ ມີສອງ ຈຸດປະສົງຫຼັກຄື: ຊອກຮູ້ ກ່ຽວກັບປະຫວັດສາດ, ວັດທະນະທໍາ ແລະ ການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ ຂອງ ຫວຽດນາມ. ທ່ານ McAuliff ກ່າວວ່າ: “ພວກຂ້າພະເຈົ້າ ໄດ້ໄປຍັງ ວັນມ໋ຽວເຫວ້, ຢ້ຽມຢາມ ບັນດາພະລາຊະວັງ ໃນສະໄໝ ສັກດິນາ. ໄປ ກວ່າງຈີ້ ເພື່ອຊອກຮູ້ ຜົນກະທົບ ຈາກໝາກແຕກ, ລະເບີດຝັງດິນ ທີ່ຍັງຫຼົງເຫຼືອຈາກສົງຄາມ. ໄປຍັງພິພິທະພັນ ດ່າໜັງ, ບ່ອນເກັບຮັກສາ ວັດຖຸພັນ ແລະ ຮ່ອງຮອຍສົງຄາມ ຫຼາຍຢ່າງ ແລະ ໄປຍັງຕາແສງ ເຊີນໝີ໊ (ກວ່າງຫງ໊າຍ) ເຊິ່ງເປັນ ບ່ອນເກີດເຫດການສັງຫານໝູ່ ຢູ່ ໝີ໊ລາຍ. ໄປຍັງໂກນດ່າວ ເພື່ອ ເບິ່ງເຂດ “ຄອກເສືອ” ແລະ ຫຼັງຈາກນັ້ນ ແມ່ນບ່ອນທີ່ມີຄວາມໝາຍ ສໍາຄັນ ໃນມື້ນີ້ຄື ນະຄອນ ໂຮ່ຈີມິນ ເພື່ອເຂົ້າຮ່ວມ ພິທີ ສະເຫຼີມສະຫຼອງນີ້”.
ສໍານັກຂ່າວສານ Reuters ອ້າງຄໍາເວົ້າ ຂອງ ສະຫາຍເລຂາທິການ ໃຫຍ່ ໂຕເລິມ ຢືນຢັນ ການຕໍ່ສູ້ ການຮຸກຮານ ທີ່ສິ້ນສຸດລົງ ໃນ ປີ 1975 ແມ່ນ “ໄຊຊະນະ ຂອງ ຄວາມເປັນທໍາ ຕໍ່ໜ້າລະບອບ ສົມບູລະນາຍາສິດທິລາດ”. ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຍົກ ຄໍາເວົ້າທີ່ມີຊື່ສຽງ ຂອງປະທານ ໂຮ່ຈີມິນຄື: “ປະເທດ ຫວຽດນາມ ເປັນໜຶ່ງດຽວ, ຊົນຊາດ ຫວຽດນາມ ເປັນໜຶ່ງດຽວ. ແມ່ນ້ຳ ອາດຈະບົກແຫ້ງ, ພູເຂົາ ອາດຈະເຊາະເຈື່ອນ, ແຕ່ຄວາມຈິງ ນັ້ນຈະບໍ່ມີວັນປ່ຽນແປງ”.
ລົດບັນຊາ, ກ້ອນກໍາລັງ ຖືທຸງຊາດ ເຄື່ອນເຂົ້າສູ່ເວທີ ເພື່ອປະຕິບັດການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະຫຼອງ. ພາບ: ເລມິງ/VNP
ທ່ານ McAuliff ກ່າວອີກວ່າ: “ພວກຂ້າພະເຈົ້າຢາກເຫັນ ປະເທດ ຫວຽດນາມ ຫຼັງສິ້ນສຸດສົງຄາມ 50 ປີ ເປັນແນວໃດ. ນັ້ນແມ່ນປະ ເທດ ທີ່ພັດທະນາ ຄືດັ່ງທີ່ພວກເຮົາ ເຫັນຢູ່ນີ້ ດ້ວຍບັນດາ ກິດຈະ ການ ກໍ່ສ້າງທີ່ທັນສະໄໝ, ເສດຖະກິດ ຂະຫຍາຍຕົວ, ບັນດາເຂດ ທ່ອງທ່ຽວ ທີ່ດຶງດູດ ນັກທ່ອງທ່ຽວ ຈໍານວນຫຼວງຫຼາຍ, ໃນນັ້ນມີຊາວ ອາເມລິກາ ຫຼາຍຄົນ”. ທ່ານ McAuliff ໄດ້ແລກປ່ຽນ ແລະ ກ່າວ ເຖິງສາຍພົວພັນ ຫວຽດນາມ-ອາເມລິກາ ທີ່ກໍາລັງດີຂຶ້ນເລື້ອຍໆ, ເຊິ່ງເປັນການພິສູດ ໃຫ້ເຫັນເຖິງຈິດວິນຍານ ແຫ່ງຄວາມປອງດອງ, ປົວແປງ ຮຳບາດແຜ ສົງຄາມ ແລະ ຄຸນຄ່າ ຂອງ ສັນຕິພາບ.
“ເປັນຄັ້ງທໍາອິດ ມີທະຫານກວ່າ 300 ຄົນ ທີ່ມາຈາກ ສປ ຈີນ, ລາວ ແລະ ກໍາປູເຈຍ ເພື່ອເຂົ້າຮ່ວມພິທີສວນສະໜາມ- ເຊິ່ງເປັນສານ ທີ່ ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມ ທາງດ້ານ ການຕ່າງປະເທດ ອັນສະຫຼາດສ່ອງໃສ ຂອງ ຫວຽດນາມ. ສໍານັກຂ່າວສານດັ່ງກ່າວ ເອີ້ນສິ່ງນີ້ວ່າ ເປັນຫຼັກຖານພະຍານ ຂອງ “ການທູດໄມ້ໄຜ່”-ມີຄວາມຍືດຫຍຸ່ນ, ອ່ອນໂຍນ ແຕ່ໝັ້ນຄົງ-ຂອງ ຫວຽດນາມ”.
ເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະ ຫຼອງ ມີ 48 ກົມກອງ ດ້ວຍກຳລັງ 13.000 ຄົນ ເປັນຕາງໜ້າ ໃຫ້ແກ່ ກຳລັງປະກອບອາວຸດ, ກຳມະກອນ, ຊາວນາ, ປັນຍາຊົນ, ຊາວໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນ ຫວຽດນາມ ພ້ອມດ້ວຍກຳລັງທະຫານຈາກ ສປ ຈີນ, ລາວ ແລະ ກຳປູເຈຍ.
ພາບ: ເລມິງ/VNP
ບັນດາຄະນະເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນ ເປັນຕົວແທນໃຫ້ບັນດາກ້ອນກຳລັງ, ປະຊາຊົນທຸກຊົນຊັ້ນຄົນເຄື່ອນຜ່ານເວທີ. ພາບ: ເລມິງ/VNP
ສ່ວນທ່ານ Chuck Searcy ອະດີດທະຫານ ອາເມລິກາ ຜູ້ມາຈາກ ອົງການນັກຮົບເກົ່າ ເພື່ອສັນຕິພາບ (VFP) ໄດ້ສະແດງ ຄວາມເຫັນ ວ່າ ເມື່ອເຂົ້າຮ່ວມເຫດການຕ່າງໆ ເນື່ອງໃນໂອກາດ ສະເຫຼີມສະ ຫຼອງ 30 ເມສາ ທີ່ນະຄອນ ໂຮ່ຈີມິນ, ທ່ານໄດ້ຮຽນຮູ້ ຫຼາຍຢ່າງ ຈາກ ປະຊາຊົນ ຫວຽດນາມ, ໂດຍສະເພາະແມ່ນສານ ກ່ຽວກັບ ສັນຕິພາບ. ທ່ານ ກ່າວວ່າ: “ພວກຂ້າພະເຈົ້າ ເຄົາລົບນັບຖື ປະຊາຊົນ ຫວຽດນາມ ເປັນຢ່າງຍິ່ງ, ຊົມເຊີຍ ຕໍ່ການປ່ຽນແປງ ອັນໂດດເດັ່ນ ຂອງ ຫວຽດນາມ ຫຼັງຈາກ 50 ປີ ແຫ່ງການທ້ອນໂຮມ ປະເທດຊາດ. ຫວຽດນາມ ໄດ້ປະສົບຜົນສໍາເລັດອັນໜ້າປະທັບໃຈ, ສ້າງຊື່ສຽງ ແລະ ຍົກສູງບົດບາດ ຂອງ ຫວຽດນາມ ໃນເວທີສາກົນ. ເພື່ອນ ຮ່ວມງານ ຂອງຂ້າພະເຈົ້າ, ຜູ້ທີ່ເດີນທາງ ໄປພ້ອມກັບ ຂ້າພະເຈົ້າ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ລ້ວນແຕ່ ເຫັນພ້ອມວ່າ ພວກຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ສົນທະນາ ກັບຊາວໜຸ່ມ ຫວຽດນາມ ທີ່ມາຮ່ວມງານ ຢູ່ ນະຄອນ ໂຮ່ຈີມິນ ໃນໂອກາດນີ້. ພວກເຂົາ ໄດ້ແບ່ງປັນກັບ ຂ້າພະເຈົ້າ ກ່ຽວກັບຄວາມຫວັງໃນອະນາຄົດ, ກ່ຽວກັບ ຄວາມເອກອ້າງທະນົງໃຈຊາດ ທີ່ມີຢູ່ໃນໃຈ ຂອງພວກເຂົາ. ສິ່ງນີ້ ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ກໍາລັງເດີນໄປໃນ ເສັ້ນທາງ ທີ່ຖືກຕ້ອງ ແລະ ຂ້າພະເຈົ້າ ເຊື່ອວ່າ ປະເທດ ຂອງ ພວກເຈົ້າ ຈະ ນັບມື້ນັບຮັ່ງມີເຂັ້ມແຂງ ແລະ ພັດທະນາຍິ່ງຂຶ້ນໃນ ອະນາຄົດ”.
ກ້ອນກຳລັງ ຖືທຸງພັກ, ທຸງຊາດ ແຫ່ຂະບວນ ຕາມຖະໜົນ ນາມກີ່ເຂີຍເຫງ໊ຍ. ພາບ: VNA
ບັນດານັກອາສາສະໝັກຊາວໜຸ່ມໄດ້ເດີນຂະບວນຢູ່ຖະໜົນ ຫງວຽນເຫ້ວ. ພາບ: ເລລິງ
ເຫດການດັ່ງກ່າວໄດ້ດຶງດູດຊາວເມືອງ ແລະ ນັກທ່ອງທ່ຽວຈາກຫຼາຍແຫ່ງ ທີ່ມາຊົມເຫດການນີ້ເປັນຈຳນວນຫຼວງຫຼາຍ. ໃນພາບແມ່ນ ຜູ້ຄົນໄດ້ເຕົ້າໂຮມກັນ ຢູ່ຖະໜົນຄົນຍ່າງ ຫງວຽນເຫວ້ ແຕ່ຍາມເຊົ້າ ເພື່ອຊົມການສວນສະໜາມ ແຫ່ຂະບວນໄປຜ່ານ. ພາບ: ເລລິງ
ປະຊາຊົນ ແລະ ນັກຮົບ ໄດ້ມີການພົບປະແລກປ່ຽນ, ທັກທາຍ ເຊິ່ງກັນ ແລະ ກັນ ເມື່ອພົບກັນ ເທິງຖະໜົນຂອງນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP
“ປະຊາຊົນ ຢູ່ສອງຂ້າງຖະໜົນໄດ້ໂບກທຸງແດງດາວຄໍາ, ຮ້ອງເພງ ຮັກຊາດ ດັງສະໜັ່ນ, ສ້າງບັນຍາກາດທີ່ຟົດຟື້ນ, ເຮັດໃຫ້ລະນຶກເຖິງ ຍຸກສະໄໝແຫ່ງປະຫວັດສາດ ອັນສະຫງ່າລາສີ”.
ໜັງສືພິມ The Guardian (ອັງກິດ)
ໃນກອງປະຊຸມ ລະຫວ່າງສະຫາຍ ໂດ໋ວັນຈ໋ຽນ, ກໍາມະການກົມການ ເມືອງ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນ ກາງ ແນວລາວສ້າງຊາດ ຫວຽດນາມ ກັບເພື່ອນມິດສາກົນເນື່ອງໃນ ໂອກາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານ Pallab Sengupta, ປະທານສະພາ ສັນຕິພາບໂລກ ໄດ້ກ່າວວ່າ: “ໃນ 50 ປີຜ່ານມາ, ປະເທດ ຂອງ ພວກເຈົ້າ ໄດ້ກ້າວຂຶ້ນ ຈາກກອງຂີ້ເຖົ່າ ຂອງສົງຄາມ ເພື່ອກາຍເປັນໜຶ່ງ ໃນບັນດາ ພື້ນຖານເສດຖະກິດ ທີ່ ເຕີບໂຕໄວ ທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້. ເນື່ອງຈາກຂະບວນວິວັດແຫ່ງ ການປ່ຽນແປງໃໝ່ ຕັ້ງແຕ່ປີ 1986, ຫວຽດນາມ ໄດ້ຫັນ ປະເທດ ຊາດ ເປັນທັນສະໄໝ, ແຕ່ຍັງຄົງ ຮັກສາຄຸນຄ່າແກນຫຼັກ ໄວ້. ປັດຈຸ ບັນ, ຫວຽດນາມ ເປັນແບບຢ່າງການພັດທະນາ, ດ້ວຍພື້ນຖານ ອຸດ ສາຫະກໍາ ທີ່ເຂັ້ມແຂງ, ຂະແໜງ ສາທາລະນະສຸກ ແລະ ການສຶກ ສາ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ພ້ອມທັງກະບອກສຽງ ນັບມື້ ນັບມີນໍ້າໜັກ ໃນບັນດາ ບັນຫາສາກົນ. ສິ່ງທີ່ສໍາຄັນກວ່ານັ້ນ, ຫວຽດ ນາມ ຍາມໃດກໍຍຶດໝັ້ນ ໃນເສັ້ນທາງສັນຕິພາບ. ຜ່ານການທູດ, ການຮ່ວມມືໃນພາກພື້ນ ແລະ ຮັກສາສັນຕິພາບ ທົ່ວໂລກ, ຫວຽດ ນາມ ສືບຕໍ່ຮັກສາຫຼັກການ ທີ່ເຄີຍຕໍ່ສູ້ເພື່ອປົກປ້ອງ: ເອກະລາດ, ເອກະພາບ ແລະ ຄວາມສາມັກຄີ ສາກົນ”.
ບົດ: VNP - ພາບ: VNP, VNA - ແປໂດຍ: ບິກລຽນ