ວັດທະນະທຳ

ເຜີຍແຜ່ພາບພົດ ຫວຽດນາມ ໄປທົ່ວ 5 ທະວີບ

ດ້ວຍຄວາມ​ພະຍາຍາມ​ໂຄສະນາ ​ແລະ ແນະນຳ​ຂ່າວ​ພາບ ຫວຽດ ນາມ ​ສູ່ເພື່ອນ​ມິດສາ​ກົນ ​ຂອງ​ອົງການ ຜູ້ຕາງໜ້າສຳນັກ​ ຂ່າວສານ​ ຫວຽດນາມ ປະຈຳ​ບັນດາປະ​ເທດ​ຄື: ອັງກິດ, ສ ອາ​ເມ​ລິ​ກາ, ອາ​ຟຼິກາ​ໃຕ້, ສປ ຈີນ, ກູ​ບາ... ​ແລະ ຄຳ​ຕິ​ຊົມ​ໃນ​ແງ່​ດີ ​ຂອງ​ບັນດາ​ທ່ານຜູ້​ອ່ານ​ໃນ 5 ທະວີບ ​ເບິ່ງ​ຄື​ວ່າ ​ໄດ້ສ້າງ​ກຳລັງ​ແຮງ​ໃຫ້ແກ່ຜູ້ທີ່​ປະຕິບັດ​ພາລະກິດ​: ນຳ​​ພາບພົດ ​ຂອງ​ ຫວຽດນາມ ​ໄປ​ສູ່​ເພື່ອນ​ມິດສາ​ກົນ ໃນຕະຫຼອດ ເວລາ 70 ປີ ຜ່ານມາ. 

ດ້ວຍຄວາມ​ພະຍາຍາມ​ໂຄສະນາ ​ແລະ ແນະນຳ​ຂ່າວ​ພາບ ຫວຽດນາມ ​ສູ່ເພື່ອນ​ມິດສາ​ກົນ ​ຂອງ​ອົງການ ຜູ້ຕາງໜ້າສຳນັກ​ ຂ່າວສານ​ ຫວຽດນາມ ປະຈຳ​ບັນດາປະ​ເທດ​ຄື: ອັງກິດ, ສ ອາ​ເມ​ລິ​ກາ, ອາ​ຟຼິກາ​ໃຕ້, ສປ ຈີນ, ກູ​ບາ... ​ແລະ ຄຳ​ຕິ​ຊົມ​ໃນ​ແງ່​ດີ ​ຂອງ​ບັນດາ​ທ່ານຜູ້​ອ່ານ​ໃນ 5 ທະວີບ ​ເບິ່ງ​ຄື​ວ່າ ​ໄດ້ສ້າງ​ກຳລັງ​ແຮງ​ໃຫ້ແກ່ຜູ້ທີ່​ປະຕິບັດ​ພາລະກິດ​: ນຳ​​ພາບພົດ ​ຂອງ​ ຫວຽດນາມ ​ໄປ​ສູ່​ເພື່ອນ​ມິດສາ​ກົນ ໃນຕະຫຼອດ ເວລາ 70 ປີ ຜ່ານມາ. 

ລອນດອນ (ລາຊະອານາຈັກ ອັງກິດ)

ນັກຂ່າວ ຫງວຽນທິມິງເຮີບ, ຫົວໜ້າອົງການຜູ້ຕາງໜ້າ ສຳ ນັກຂ່າວສານ ຫວຽດນາມ ປະຈຳຢູ່ ລອນດອນ ໄດ້ມອບ ວາລະ ສານຂ່າວພາບ ຫວຽດນາມ ສະບັບພາສາ ອັງກິດ ໃຫ້ແກ່ທ່ານ ເລຂາທິການໃຫຍ່ ອົງການການເດີນທະເລ ສາກົນ (IMO) Arsenio Dominguez ທີ່ສໍານັກງານໃຫຍ່ IMO ຢູ່ ລອນດອນ. ພາບ: VNA

ປີ 2021, ພວກ​ຂ້າພະເຈົ້າໄດ້​ຕິດ​ຕາມ​ຂ່າວ​ ຜ່ານຊ່ອງ​ໂທລະພາບ ​ຂອງ​ ສຳນັກ​ຂ່າວສານ ຫວຽດນາມ ແລະ ຮູ້ສຶກ​ປາບປຶ້ມໃຈເມື່ອ​ເຫັນ​​ແຂກ​ ທ່ີມາ​ຮ່ວມ​ງານ​ພົບ​ປະ​ ຫວຽດນາມ ຢູ່ Newhaven, ເວລາ​ໄປ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ ໃນມືໄດ້ຖື ວາລະສານຂ່າວ​ພາບ​ ຫວຽດນາມ ສະບັບພາສາ ອັງກິດ. ໂອ້ລົມກັບນັກຂ່່າວ ຫງວຽນທິມິງເຮີບ, ຫົວໜ້າອົງການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳຢູ່ ລອນດອນ ພວກຂ້າພະເຈົ້າ ໄດ້ຮູ້ວ່າ ອົງການຜູ້ຕາງໜ້າສຳນັກຂ່າວ ສານ ຫວຽດນາມ ປະຈຳ ຢູ່ ລອນດອນ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອັງກິດ ຈັດຕັ້ງງານວາງສະແດງ ແລະ ມອບວາລະສານ ຂ່າວພາບ ຫວຽດນາມ ໃຫ້ແກ່ຜູ້ອ່ານ. ພຽງແຕ່ສອງສາມຄຳທີ່ ນັກຂ່່າວ ເຮີບ ລົງໃນເຟສບຸກ ສ່ວນຕົວວ່າ: “ຂ່າວພາບ ຫວຽດນາມ ແພງຄືກັບກຸ້ງສົດ” ໄດ້ເຮັດໃຫ້ ພວກຂ້າພະເຈົ້າຮູ້ສຶກອົບອຸ່ນໃຈ ໃນສະຖານະການ ທີ່ ຫ້ອງບັນນາທິການພວມເຮັດວຽກ ໃນຊຸມວັນ ປະຕິບັດການ ຫ່າງໄກສັງຄົມຍ້ອນການແຜ່ລະບາດ ຂອງ Covid-19.

ນັກຂ່່າວ ຫງວຽນທິມິງເຮີບ ຍັງໄດ້ແບ່ງປັນຄຳຄິດເຫັນ ຂອງທ່ານຜູ້ອ່ານ ຫຼັງຈາກທີ່ອ່ານຂ່າວພາບ ຫວຽດນາມ ວ່າ ມັນຄືຫຼົງທາງ ໃນການເດີນທາງຄົ້ນພົບບັນດາ ແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈ ຂອງ ຫວຽດນາມ”.


ຫວຽດ​ນາມ​ ໃນ​ວາລະສານຂ່າວພາບ ຫວຽດນາມ​ ແມ່ນ​ງາມຫຼາຍ, ທັງ​ດ້ານ​ພູມພາບ ແລະ ສີສັນວັດ​ທະ​ນະ​ທຳ”.
ທ່ານ Carlos Bessa Dos Santos ຢູ່ນະຄອນຫຼວງ Brasilia (ບຣາຊິນ)

ວໍຊິງຕັນ (ສ ອາເມລິກາ)

ໃນອີກດ້ານໜຶ່ງ ຂອງ ຊີກໂລກ, ​ນັກຂ່່າວ ດັ້ງທິທູຮວ່ຽນ, ຫົວໜ້າ​ອົງການ​ຜູ້ຕາງໜ້າ ສຳນັກຂ່າວສານ ຫວຽດນາມ ​ປະຈຳ ວໍ​ຊິງ​ຕັນ (ສ ອາ​ເມ​ລິ​ກາ) ​ໃຫ້​ຮູ້​ວ່າ: ຂ່າວພາບ ຫວຽດນາມ ​ແມ່ນ​ຂອງຂວັນ​ທີ່​ຂາດ​ບໍ່​ໄດ້​ ເພື່ອ​ມອບ​ໃຫ້​ບັນດາ​ຜູ້ຊ່ຽວຊານ​ ໃນ​ເວລາ​ໃຫ້​ສຳພາດ, ​ເພື່ອແນະນຳ​ກ່ຽວກັບ ຫວຽດ​ນາມ ​ຂະ​ຫຍັນ​ຂັນ​ເຄື່ອນ, ​ສີສັນວັດ​ທະ​ນະ​ທຳ​ ມີຫຼາຍຮູບແບບ. ອີກດ້ານໜຶ່ງ, ນັກຂ່່າວ ທູຮວ່ຽນ ​ພ້ອມກັບອົງ ການຜູ້ຕາງໜ້າສຳນັກ ຂ່າວສານ ຫວຽດນາມ ປະຈຳ ວໍ​ຊິງ​ຕັນ ຍັງໄດ້ ​ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ສ ອາ​ເມ​ລິ​ກາ ​ຈັດຕັ້ງງານວາງສະ​ແດງ, ແນະນຳ ແລະ ມອບວາລະສານຂ່າວ​ພາບ​ ຫວຽດນາມ ຢູ່​ບັນດາ​ງານ​ວາງສະ​ແດງ, ວັນ​ວັດທະນະທຳ ຫວຽດ ນາມ, ວັນ​ວັດທະນະທຳ​ ບັນດາ​ປະ​ເທດ ASEAN... ເປັນປະຈຳ ແລະ ໄດ້ຮັບຄຳຍ້ອງຍໍວ່າ ຮູບພາບທີ່ສວຍງາມ, ເນື້ອໃນທີ່ຫຼາກຫຼາຍ ແລະ ເປັນເອກະລັກ ຈາກບັນດາທ່ານ​ຜູ້​ອ່ານ. 

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ອາ​ຟ​ຣິ​ກາ​ໃຕ້ ຮວ່າງສີເກື່ອງ ມອບ​ວາລະສານຂ່າວພາບ​ ຫວຽດ​ນາມ​ ໃຫ້​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ Kenneth Morolong ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ ​ວັນ​ຊາດ ​​ສາ​ທາ​ລະ​ນະ​ລັດ ​ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ (2/9/1945-2/09/2024) ທີ່ ນະຄອນຫຼວງ Pretoria, ສາທາລະນະລັດ ອາຟຣິກາໃຕ້. ພາບ: ຮົ່ງມິນ/VNA 

La Habana (ກູບາ)

ນັກຂ່່າວ ເລທູຮ່ຽນ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ La Habana (ກູ​ບາ) ມີ​ວິທີ​ໂຄສະນາ ທີ່​ເປັນ​ເອກະລັກ​ ສະເພາະ ​ໃນ​ງານ​ວາງສະ​ແດງ​ປຶ້ມ​ສາກົນ La Habana 2019. ຫວຽດນາມ ​ເປັນ​ແຂກ​ຮັບ​ເຊີນ​ທີ່ມີກຽດ, ສະນັ້ນ ອົງການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ La Habana ໄດ້​ສົມທົບ​ກັບ ສຳນັກຂ່າວສານ ​ Prensa Latina ໄດ້​ຈັດ​ຕັ້ງ​ການ​ນໍາ​ສະ​ເໜີ​​ວາລະສານ ຂ່າວ​ພາບ ​ຫວຽດ​ນາມ ສະບັບພາສາ ແອັດສະປາຍ ໃນມື້ໜຶ່ງຕ່າງຫາກ​​. ການ​ແນະນຳ​ໄດ້​ດຶງ​ດູດ​ຊາວ​ ກູ​ບາ​ ມາເຂົ້າຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ​. ​ຜູ້​ອ່ານ​ ກູ​ບາ ​ຫຼາຍ​ຄົນ​ໃຫ້ຮູ້ວ່າ ​ເຂົາ​ເຈົ້າ​ໄດ້ຮັບຮູ້ກ່ຽວ​ກັບ​ ຫວຽດນາມ ​ໃນ​ປັດຈຸ​ບັນຫຼາຍກວ່າ, ມີຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັດ ທະນະທຳ, ​ເສດຖະກິດ, ຜູ້ຄົນ ​ແລະ ສິລະ​ປະ​ ຫວຽດນາມ.

ນອກຈາກ​ນັ້ນ, ​ໃນ​ຖານະ​ທີ່​ເປັນ​ຜູ້ຕາງໜ້າ​ຂ່າວພາບ ຫວຽດນາມ ປະຈຳ ກູ​ບາ, ແຕ່ລະ​ເດືອນ, ນັກຂ່່າວ ທູຮ່ຽນ ຍັງ​ຄົງ​ເກັບ​ມ້ຽນ 10 ສະບັບ​ ໃຫ້​ໂຮງຮຽນ​ປະຖົມ 2 ​ແຫ່ງ ທີ່​ໃກ້​ກັບ​ຫ້ອງການ. ທ່ານນາງໃຫ້ວ່າ ບັນດາຄູສອນ ມັກອ່ານ ຂ່າວພາບ ຫວຽດນາມ ເພາະວ່າ ເຂົາເຈົ້າ ຈະໄດ້ຮັບຫຼາຍ ບົດບັນຍາຍທີ່ມີຊີວິດຊີວາກວ່າ ສໍາລັບນັກ ຮຽນ ກ່ຽວກັບປະເທດ ຫວຽດນາມ, ປະເທດທີ່ຜູ້ນໍາທີ່ແສນຮັກແພງຂອງເຂົາເຈົ້າ ໄດ້ກ່າວຄຳໜຶ່ງທີ່ເປັນອະມະຕະ: “ເພື່ອ ຫວຽດນາມ, ກູບາ ສາມາດໃຫ້ ແມ່ນແຕ່ເລືອດ ຂອງຕົນ”.

ວາລະສານຂ່າວ​ພາບ​ ຫວຽດນາມ ​ໄດ້​ວາງສະ​ແດງ​ຢູ່​ສະ ຖານກົງສຸນ​ກຽດຕິຍົດ​ ຫວຽດນາມ ຢູ່​ນະຄອນ Dublin ປະ​ເທດ​ ໄອ​ແລນ, ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ອ່ານ. ພາບ: VNA
ວາງລະສານຂ່າວ​ພາບ​ ຫວຽດນາມ​ ໃນ​ເດືອນ ​ກັນຍາ 2024 ​ສະບັບ​ພາສາ ​ແອັດສະປາ​ຍ​ ໄດ້​ແຈກ​ຢາຍ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ງານສຳມະນາ​ສາກົນ​ປະຈຳ​ປີ ບັນດາ​ພັກ​ການ​ເມືອງ ​ແລະ ສັງຄົມ​ໃໝ່” ຄັ້ງທີ XXVIII ຢູ່​ນະຄອນຫຼວງ Mexico City. ພາບ: ເອກະສານ

“ວາລະສານຂ່າວພາບ ຫວຽດນາມ ແມ່ນຂົວຕໍ່ ຊ່ວຍໃຫ້ ຜູ້ອ່ານຄົ້ນພົບ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບຄວາມພະຍາຍາມຮັກສາ ບັນດາວິທີການ ແລະ ແບບແຜນສະແດງ ສິລະປະພື້ນເມືອງ ຂອງ ຫວຽດນາມ”.

ທ່ານ Kyril Whittaker ນັກ​ຄົ້ນ​ຄວ້າ​ ປະຫວັດສາດ ​ແລະ ການ​ເມືອງ ​ຫວຽດນາມ, ສະມາຊິກ​ພັກ​ກອມ​ມູນິດ ​ອັງກິດ.

Pretoria (ອາຟຣິກາໃຕ້)

ເມື່ອ​ຫາກໍ່ມາ​ຮັບໜ້າທີ່ໃໝ່ໆ, ຫົວໜ້າ​ອົງການ​ຜູ້ຕາງໜ້າສຳນັກຂ່າວ​ສານ ຫວຽດນາມ ປະຈຳຢູ່ Pretoria (ອາຟຼິກາໃຕ້) ນັກຂ່່າວ ລ້າຍ ຮົ່ງມິນ ​ໄດ້​ນຳ​ເອົາ​ວາລະສານຂ່າວພາບ ຫວຽນດາມ ສະບັບ​ໃໝ່​ ໄປ​ມອບ​ໃຫ້​ບັນດາ​ຜູ້​ທີ່​ເພິ່ນສຳ​ພາດ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ອາຟຼິກາໃຕ້​ (ວັນທີ 1 ສິງຫາ) ແລະ ວັນມໍລະດົກ ອາຟຼິກາໃຕ້​ (ວັນທີ 24 ກັນຍາ 2021). ຖົງ​ຂອງ​ຂວັນ​ມີ​ວາລະສານຂ່າວພາບ ​ຫວຽດ​ນາມ ໄດ້ເຮັດໃຫ້​ຜູ້​ຮັບ​ ຮູ້ສຶກ ດີ ໃຈ​ຫຼາຍ. ​ໃນ​ຈົດໝາຍ ​ຝາກມາຫາຫ້ອງການ, ນັກຂ່່າວ ​ລ້າຍຮົ່ງມິນ ​ແບ່ງປັນ​ວ່າ: “​ເມື່ອ​ມອບ​ຂອງຂວັນ, ຂ້າພະ​ເຈົ້າ​ແນະນຳ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຜະລິດຕະພັນການພິມ ພົວພັນ​ຕ່າງປະ​ເທດ​ ຂອງ​ສຳ ນັກ​ຂ່າວສານ ​ຫວຽດນາມ. ເມື່ອ​ຟັງ​ຂ້າພະ​ເຈົ້າ​ແນະນຳ​ຮູບ​ພາບ​ ຜູ້ຄົນ ​ແລະ ປະ​ເທດ ​ຫວຽດນາມ ​ຢູ່​ໜ້າ​ໜັງສືພິມ, ຫຼາຍຄົນຮູ້ສຶກ​ປະ ທັບໃຈ ​ແລະ ຕື່ນ​ເຕັ້ນ, ​ເຫັນ​ວ່າ ຫວຽດນາມ ​ເປັນ​ແບບ​ນັ້ນ, ຫວຽດ ນາມ ​ງາມ​ຫຼາຍ”. ມີ​ຜູ້​ອ່ານ​ຫຼາຍ​ຄົນ​ໄດ້​ເວົ້າກັບທ່ານນາງ ຮົ່ງມິນ ວ່າ ເມື່ອ​ອ່ານ​ວາລະສານຂ່າວພາບ ຫວຽດນາມ ​ແມ່ນ​ຄ້າຍຄື​ກັບ​ການ​ໄປທ່ອງທ່ຽວຢູ່ ຫວຽດນາມ, ພົບ​ປະ​ກັບ​ຊາວ​ ຫວຽດນາມ ​ແລະ ​ກິນບັນດາ​ເຍື່ອງ​ອາຫານ ຫວຽດນາມ ​ໂດຍ​ກົງ.

ແມ່ຂອງນັກຂ່່າວ ລ້ານຮົ່ງມິນ ໄດ້ເຮັດວຽກຢູ່ວາລະສານ ຂ່າວພາບ ຫວຽດນາມ ເປັນເວລາຫຼາຍປີ. ໃນໄວເດັກ, ເພິ່ນໄດ້ຕິດພັນກັບການໄປຫ້ອງການຂອງແມ່, ໄດ້ເຫັນພະນັກງານໃນຫ້ອງການລ້າງຟີມ, ອ່ານ maket. ສະນັ້ນ, ການເຜີຍແຜ່ໂຄສະນາວາລະສານ ຂ່າວພາບ ຫວຽດນາມ ເມື່ອໄດ້ຮັບໂອກາດ ກໍ່ຈະເປັນໄປແບບທໍາມະຊາດແລະ ອົບອຸ່ນ.

ນັກຂ່າວ ເລທິເຕີມຮັ່ງ ໄດ້ມອບວາລະສານຂ່າວພາບ ຫວຽດນາມ ໃຫ້ແກ່ຜູ້ອຳນວຍການສູນ ASEAN ຢູ່ມະຫາວິ ທະຍາໄລ ພົວພັນສາກົນ MGIMO ຂຶ້ນກັບ ກະຊວງການຕ່າງ ປະເທດ ລັດເຊຍ Ekaterina Koldunova. ພາບ: VNA

ມີຄັ້ງໜຶ່ງ, ຜູ້ອ່ານຊາວ ອາຟຣິກາໃຕ້ ຄົນໜຶ່ງໄດ້ຖາມທ່ານ ນາງ ຮົ່ງມິນ ວ່າ: “ແມ່ນແທ້ບໍ ທີ່ຂ້ອຍໄດ້ຮັບວາລະສານ ສະບັບນີ້? ຮູບພາບຕ່າງໆ ແມ່ນງາມຫຼາຍ”.

 

ປັກກິ່ງ (ຈີນ)

ເວົ້າ​ເຖິງ​ເລື່ອງໂຄສະນາ ​ແລະ ​ແນະນຳ​ວາລະສານຂ່າວພາບ ຫວຽດ ນາມ, ​ພວກເຮົາຕ້ອງເວົ້າເຖິງນັກຂ່່າວ ຮ່າເຕື່ອງທູ, ອະດີດ​ຫົວໜ້າ​ຫ້ອງການຜູ້ຕາງໜ້າສຳນັກ ຂ່າວສານ ຫວຽດນາມ ປະຈຳຢູ່ ​ປັກ​ກິ່ງ (ສປ ຈີນ). ​ເປັນນັກບັນນາທິການເຮັດວຽກຢູ່ວາລະສານຂ່າວພາບ ຫວຽດນາມ ກ່ອນ​ຈະ​ໄປປະຈຳຢູ່ ປັກກິ່ງ, ນັກຂ່່າວ ເຕື່ອງທູ ​ເຊື່ອ​ໝັ້ນ​ວ່າ ຂ່າວພາບ ຫວຽດນາມ ​ແມ່ນ​ຂອງຂວັນ, “ແມ່ນຈຸດ​ເລີ່​ມ ຕົ້ນ​ຂອງການພົວພັນທີ່​ບັນດາ​ນັກ​ຂ່າວ​ປະຈຳຢູ່ຕ່າງປະເທດ​ ເອົາໄປນຳ​ ໃນເວລາ​ໄປ​ ​ສຳພາດ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເຫດການ. ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ເມື່ອ​ມາ​ຮອດ ​ປັກ​ກິ່ງ ​ເພື່ອ​ຮັບ​ໜ້າ​ທີ່, ເພິ່ນ​ໄດ້​ຂຽນ​ຈົດໝາຍ​ຮຽກ ຮ້ອງ​ໃຫ້​ບັນນາທິການ​ໃຫຍ່​ ສະໜອງ​ວາລະສານ​ຕື່ມ​ອີກ 20 ສະບັບ​ຕໍ່​ເດືອນ. ນັກຂ່່າວ ເຕື່ອງທູ ໃຫ້ຮູ້ວ່າ: “ເຫັນຂ້າ ພະເຈົ້າເອົາວາລະ ສານຂ່າວພາບ ຫວຽດນາມ ໄປນຳໃນການປະຕິ ບັດງານແຕ່ລະເທື່ອ, ເພື່ອນຮ່ວມງານທຸກຄົນມີຄວາມສົງໄສ ແລະ ຄິດວ່າ ອັນນີ້ “ບໍ່ຈຳເປັນ”. ແຕ່​ເຖິງ​ຢ່າງ​ໃດ​ກໍໍ່ຕາມ, ຂ້າພະ​ເຈົ້າ​ບໍ່​ເຄີຍຮູ້ ສຶກລັງ​ເລໃຈຈັກເທື່ອ, ຂ້າພະ​ເຈົ້າດີ​ໃຈ​ທີ່​ໄດ້​ແບ່ງປັນ​ວາລະສານ ຂ່າວ​ພາບ ຫວຽດນາມ ກັບ​ທຸກ​ຄົນ”.

ແຂນ​ຂາ​ທີ່​ຂະຫຍາຍ​ອອກ​ໄດ້​ນຳ​ເອົາ​ວາລະສານຂ່າວພາບ​ ຫວຽດ ນາມ​ ໄປ​ທົ່ວ​ທຸກ​ແຫ່ງ, ​ເລື່ອງ​ລາວຂອງ ​ບັນດານັກ​ຂ່າວ​ ປະຈໍາຢູ່ 5 ທະວີບ, ການ​ສ່ອງແສງຄືນ ​ຂອງ​ຜູ້​ອ່ານ​ເບິ່ງ​ຄື​ວ່າ ​ແມ່ນ​ສ້າງ​ກຳລັງ​ແຮງ​ໃຫ້​ພະນັກງານທີ່ເຮັດວຽກ ຢູ່ວາລະສານຂ່າວພາບ ຫວຽດນາມ ​ໃນ​ປັດຈຸ​ບັນ ​ມີ​ຄວາມ​ກະຕືລືລົ້ນ, ​ມີ​ຫົວຄິດ​ປະດິດ​ສ້າງ​ ເພື່ອ​ເຮັດ​ໃຫ້​ວາລະສານ​ ນັບມື້ນັບດີ​ກວ່າ, ງາມ​ກວ່າ ໃນໄລຍະ​ທາງ​ອັນ​ຍາວ​ນານ​ ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ ຫວຽດ​ນາມ​ ໃຫ້​ແກ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ.

ຫົວໜ້າຫ້ອງການຜູ້ຕາງໜ້າ​ສຳນັກ​ຂ່າວສານ​ ຫວຽດນາມ ປະຈຳ ​ຮົງ​ກົງ ມາກທິລວ້ຽນ (ເບື້ອງຂວາ) ​ແນະນຳ​ວາລະສານ ຂ່າວ​ພາບ ຫວຽດນາມ ​ກັບ​ແຂກທີ່ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ປຶ້ມ​ ຮົງ​ກົງ. ພາບ: VNA

 

  • ບົດ: VNP/ຮ່າທູ, ທົງທ້ຽນ - ພາບ: - ແປໂດຍ: ຢືຟຽນ

 

 


top