ຂ່າວສານ

ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ

      ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະດຳເນີນໃນໄລຍະຈະມາເຖິງ. ສວຍໃຊ້ໂອກາດນີ້ ບັນດາອິດທິກຳລັງເປັນປໍລະປັກ ໄດ້ສຸມກຳລັງແຮງເພື່ອຕ້ານທຳລາຍ, ເສກສັ້ນປັ້ນແຕ່ງເປົ້າໝາຍອຸດົມການ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ, ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ການຊີ້ນຳນຳພາຂອງພັກ, ວຽກງານບຸກຄະລາກອນຂອງກອງປະຊຸມ.. ເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງ ແລະ ໝາກຜົນການປະຕິວັດຂອງພັກ ແລະ ລັດຫວຽດນາມຫລຸດລົງ, ລົບລ້າງບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ. ສະນັ້ນ ນັບແຕ່ວັນທີ 3 ຕຸລາປີ 2019, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສ້າງຄໍລຳໃຫມ່ດ້ວຍຫົວເລື່ອງວ່າ: ຫວຽດນາມ - ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ" ເພື່ອແນໃສ່ຕໍ່ສູ້ກັບສະພາບການດັ່ງກ່າວໃຫ້ມີປະສິດທິຜົນ. ບົດຂຽນທຳອິດໃນຄໍລຳນີ້ແມ່ນມີຫົວຂໍ້ວ່າ: “     ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ”. 

ພາບປະກອບ
      ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ອາຍຸການ 2020- 2025 ຈະຖືກຈັດຂຶ້ນໃນປີ 2020. ນີ້ແມ່ນເຫດການການເມືອງມີຄວາມໝາຍສຳຄັນຍິ່ງຂອງປະເທດຊາດ ແມ່ນບັ້ນດຳເນີນຊີວິດການເມືອງອັນເລິກກວ້າງໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.ເລື່ອງກະກຽມທຸກດ້ານໃຫ້ເປັນຢ່າງດີ ແມ່ນປັດໄຈ, ປະຖົມປັດໄຈມີຄວາມສຳຄັນທີ່ສຸດ ເພື່ອຈັດຕັ້ງ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ປະສົບຜົນສຳເລັດ, ກ້າວໄປເຖິງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຕາມນັ້ນແລ້ວ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ຕ້ອງກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ລະອຽດລະອໍທັງເນື້ອໃນບົດລາຍງານການເມືອງ ແລະ ວຽກງານບຸກຄະລາກອນ. ພິເສດແມ່ນ ເລື່ອງກະກຽມບຸກຄະລາກອນກອງປະຊຸມໃຫຍ່ ມີທີ່ຕັ້ງ, ມີຄວາມໝາຍສຳຄັນທີ່ສຸດ, ແມ່ນປະຖົມປັດໄຈຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່.
ກະກຽມຢ່າງລອບຄອບຖີ່ຖ້ວນ ແລະລະອຽດລະອໍ, ພິເສດແມ່ນວຽກງານບຸກຄະລາກອນ
ເພື່ອກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ນັບແຕ່ເດືອນຕຸລາປີ 2018, ບັນດາອະນຸກຳມະການຂອງກອງປະຊຸມ ລວມມີ: ອະນຸກຳມະການເອກະສານ, ອະນຸກຳມະການເສດຖະກິດສັງຄົມ; ອະນຸກຳມະການກົດລະບຽບຂອງພັກ; ອະນຸກຳມະການບຸກຄະລາກອນ ແລະ ອະນຸກຳມະການການຈັດຕັ້ງ ຮັບໃຊ້ກອງປະຊຸມໃຫຍ່ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວໂດຍໄວ ດ້ວຍຈິດໃຈເຮັດວຽກຢ່າງຮີບເຮັ່ງ, ເຂັ້ມງວດ.  ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ , ແຕ່ລະອະນຸກຳມະການລ້ວນແຕ່ໄດ້ຮັບການຊີ້ນຳນຳພາໂດຍກົງຈາກບັນດາກຳມະການກົມການເມືອງ, ກຳມະການຄະນະເລຂາ ເພື່ອປະຕິບັດການສຳຫລວດສະພາບການຕົວຈິງ; ຈັດຕັ້ງການປະຊຸມເປັນຫລາຍຄັ້ງເພື່ອເປັນເອກະພາບແຕ່ລະເນື້ອໃນ, ເປັນຕົ້ນແມ່ນບັນດາເນື້ອໃນສຳຄັນ.
ວຽກງານຂຶ້ນແຜນກຳນົດແຫລ່ງພະນັກງານໃຫ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ອາຍຸການ 2020- 2025 ແມ່ນໄດ້ຮັບການກະກຽມຈາກອົງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ນັບແຕ່ອາຍຸການກ່ອນ ພິເສດນັບແຕ່ໄລຍະຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XII. ມາຮອດປະຈຸບັນ ສ່ວນວຽກງານເຫລົ່ານີ້ ໄດ້ກະກຽມສຳເລັດໂດຍພື້ນຖານແລ້ວ. ສູນກາງ ກໍ່ໄດ້ເປັນເອກະພາບບັນຊີລາຍຊື່ແນະນຳຜູ້ແທນເຂົ້າຮ່ວມການເລືອກຕັ້ງ ກຳມະການສູນກາງພັກຊຸດທີ XIII ໂດຍອົງການຈັດຕັ້ງພັກທຸກຂັ້ນ, ທຸກພະແນກ, ຂະແຫນງການສູນກາງ ແລະ ທ້ອງຖິ່ນຕ່າງສະເຫນີ. ຕໍ່ຈາກນັ້ນ ສູນກາງ ແລະ ອົງຄະນະພັກທຸກຂັ້ນມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ບັນດາພະນັກງານທີ່ໄດ້ຮັບການຄັດເລືອກນັ້ນ  ໄປບຳລຸງ, ທົດສອບຜ່ານພຶດຕິກຳຕົວຈິງ ດ້ວຍຫລາຍ ຕຳແຫນ່ງແຕກຕ່າງກັນ. ນີ້ແມ່ນບາດກ້າວກະກຽມຢ່າງລອບຄອບຖີ່ຖ້ວນຂອງສູນກາງ, ຂອງອົງຄະນະພັກທຸກຂັ້ນ ແລະ ລະບົບການເມືອງໃນການປະຕິບັດວຽກງານບຸກຄະລາກອນຊຸດໃຫມ່.
ເສກສັ້ນປັ້ນແຕ່ງວຽກງານກະກຽມກອງປະຊຸມໃຫຍ່ ບໍ່ອາດເຮັດໃຫ້ກຳລັງແຮງຂອງພັກອ່ອນແອລົງ
ມາຮອດປະຈຸບັນ ວຽກງານກະກຽມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ ແລະ ພວມໄດ້ຮັບການປະຕິບັດຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບ, ຮັບປະກັນຄວາມຄືບຫນ້າ ຢູ່ອົງຄະນະພັກທຸກຂັ້ນ, ນັບທັງເນື້ອໃນບົດລາຍງານ ແລະ ວຽກງານບຸກຄະລາກອນ. ກໍ່ເຊັ່ນດຽວກັນກັບກອງປະຊຸມໃຫຍ່ກ່ອນນີ້, ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ ແລະ ພວມໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ລະອຽດລະອໍຈາກ ຄະນະບໍລິຫານງານສູນກາງພັກຊຸດທີ XII. ການຂຶ້ນແຜນກຳນົດພະນັກງານ ແລະ ວຽກງານບຳລຸງພະນັກງານຕາມແຜນ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍໃນພາບດຽວກັບວຽກງານກະກຽມເນື້ອໃນ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດຊາດ. ວຽກງານກະກຽມກອງປະຊຸມໃຫຍ່ໄດ້ເຜີຍແຜ່ຢ່າງເລິກກວ້າງເຖິງແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ ສັງຄົມທຸກຂັ້ນ. ຮ່າງບົດລາຍງານການເມືອງ ຈະໄດ້ປະກາດຢ່າງເປີດເຜີຍ ແລະ ຮັບເອົາຄຳເຫັນປະກອບຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ວຽກງານບຸກຄະລາກອນອົງຄະນະພັກທຸກຂັ້ນກໍ່ແມ່ນຫນຶ່ງໃນບັນດາເນື້ອໃນໄດ້ຮັບເອົາຄຳເຫັນປະກອບ.
ພັກກອມມູນິດຫວຽດນາມ ແມ່ນລະບົບອົງການຈັດຕັ້ງຢ່າງແຫນ້ນແຟ້ນຈາກສູນກາງລົງຮອດທອ້ງຖິ່ນ. ວຽກງານກະກຽມກອງປະຊຸມໃຫຍ່ທຸກຂັ້ນໄດ້ຮັບການຜັນຂະຫຍາຍຕາມລະບົບອົງການຈັດຕັ້ງຂອງຕົນ ແມ່ນການດຳເນີນຊີວິດດ້ານການເມືອງແບບປົກກະຕິໃນທົ່ວພັກ. ສະນັ້ນ ເຖິງວ່າ ທາງອິນເຕີແນັດ, ສື່ສັງຄົມອອນລາຍ ແລະ ບາງສິ່ງທີ່ເອີ້ນວ່າ ເວທີປາໄສ, ບັນດາອິດທິກຳລັງເປັນປໍລະປັກ, ພວກສວຍໃຊ້ໂອກາດ ຕັ້ງໃຈຍົກອອກຂໍ້ມູນຂ່າວທີ່ຜິດເຂວ, ເສກສັ້ນປັ້ນແຕ່ງ ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກໍ່ບໍ່ອາດເຮັດໃຫ້ອິດທິພົນຊື່ສຽງຂອງພັກ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຫລຸດຫນ້ອຍຖອຍລົງ. ເລື່ອງຫວຽດນາມ ກະກຽມເປັນຢ່າງດີໃຫ້ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຈະສືບຕໍ່ຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ກຳລັງຕໍ່ສູ້ຂອງອົງການຈັດຕັ້ງພັກ, ສະມາຊິກພັກ, ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງ ຊາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ກວ່າອີກ.
 (ແຫຼ່ງຄັດຈາກ VOV)


top