ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບທາງໄກ ເຊື່ອມຕໍ່ກັບ 17 ສະຖານທີ່ຢູ່ບັນດາຕາແສງຂຶ້ນກັບຫົວໜ່ວຍເລືອກຕັ້ງທີ 3.
ທ່ານ ໂດວັນຈຽນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: nhandan.vn)
ຕອນເຊົ້າວັນທີ 9 ມີນາ, ຢູ່ເມືອງບັກຢາງ, ແຂວງ ບັກນິງ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບັກນິງໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງເພື່ອແນໃສ່ຂົນຂວາຍເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ອາຍຸການ 2026 – 2031.
ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບທາງໄກ ເຊື່ອມຕໍ່ກັບ 17 ສະຖານທີ່ຢູ່ບັນດາຕາແສງຂຶ້ນກັບຫົວໜ່ວຍເລືອກຕັ້ງທີ 3. ໂດຍຕາງໜ້າບັນດາຜູ້ສະໝັກຮັກເລືອກຕັ້ງ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດໂດວັນຈຽນ ໄດ້ຕອບຄຳຖາມ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ. ທ່ານ ໂດວັນຈຽນ ຢັ້ງຢືນວ່າເປົ້າໝາຍລຸລ່ວງຂອງພັກ, ລັດ ແລະ ລັດຖະບານແມ່ນຍົກສູງການດຳລົງຊີວິດຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະບໍ່ພັດທະນາເສດຖະກິດດ້ວຍທຸກວິທີ, ແຕ່ລະບາດກ້າວພັດທະນາເສດຖະກິດຕ້ອງຕິດພັນກັບຄວາມກ້າວໜ້າ, ຄວາມຍຸຕິທຳສັງຄົມ.