ຂ່າວສານ

ເປີດ​ສະຫຼອງ​ເຂດ​ເຮືອນ​ທີ່​ລະ​ນຶກ ປະ​ທານ​ ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ນະຄອນເກິ່ນເທີ, ຄະນະພັກ, ກອງບັນຊາການທະຫານເຂດ 9 ໄດ້ຈັດພິທີເປີດສະຫຼອງເຂດເຮືອນທີ່ລະນຶກປະທານໂຮ່ຈີມິນ ຂອງກຳລັງປະກອບອາວຸດທະຫານເຂດ 9.

ພິທີເປີດສະຫຼອງເຂດເຮືອນທີ່ລະນຶກປະທານໂຮ່ຈີມິນ ຂອງກຳລັງປະກອບອາວຸດທະຫານເຂດ 9 (ພາບ: TTXVN)

 ເຂດເຮືອນທີ່ລະນຶກປະທານໂຮ່ຈີມິນ ມີຍອດເນື້ອທີ່ການກໍ່ສ້າງແມ່ນ 1.200 ຕາແມັດ, ໃນນັ້ນ ເຮືອນທີ່ລະນຶກມີເນື້ອທີ່ 450 ຕາແມັດ, ບໍລິເວນເດີ່ນ ແລະ ສວນ ແມ່ນ 750 ຕາແມັດ.

        ເນື່ອງໃນໂອກາດນີ້, ຄະນະພັກ, ກອງບັນຊາການທະຫານເຂດ 9 ກໍໄດ້ຈັດຕັ້ງການພົບປະສັງສັນ ແລະ ມອບໃບຈາລຶກຄຸນງາມຄວາມດີ 56 ສະບັບ ໃຫ້ແກ່ບັນດາສະຫາຍ ເຊິ່ງໃນອະດີດແມ່ນກຳມະການຄະນະພັກທະຫານເຂດ 9 ຜ່ານໄລຍະຕ່າງໆ ແລະ ໄດ້ມີບັນດາການປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງອົງຄະນະພັກ ແລະ ກຳລັງປະກອບ ອາວຸດທະຫານເຂດ 9.

 (ແຫຼ່ງຄັດຈາກ VOV)


top