ຂ່າວສານ

ເປີດ​ນຳ​ໃຊ້​ໂຮງ​ໝໍ​ມິດ​ຕະ​ພາບ ລາວ ຫວຽດ​ນາມ ແຂວງ ຊຽງ​ຂວາງ

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ແຂວງ ຊຽງຂວາງ, ປະເທດ ລາວ ໄດ້ດຳເນີນພິທີເປີດນຳໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ ແຂວງ ຊຽງຂວາງ.
ພິທີເປີດນຳໃຊ້ໂຮງໝໍມິດຕະພາບ ລາວ ຫວຽດນາມ

ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ ແຂວງຊຽງຂວາງ ມີຍອດເງິນລົງທຶນກ່ວາ 479 ຕື້ດົ່ງ (ກ່ວາ 21 ລ້ານ USD), ໂດຍປະຕິບັດຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ລັດຖະບານລາວ, ດ້ວຍເປົ້າໝາຍສ້າງໂຮງໝໍຫຼາຍຂະແໜງ ມີຕຽງນອນຄົນເຈັບ 200 ຕຽງດ້ວຍພາຫະນະອຸປະກອນທີ່ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ, ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ຫວຽດນາມ ລາວ ເນັ້ນໜັກວ່າ:

ນີ້ແມ່ນໂຄງການຈຸດສຸມໃນຂົງເຂດສະຫວັດດີການສັງຄົມ, ຖືກຕ້ອງຕາມການກຳນົດທິດຂອງການນຳຂັ້ນສູງສອງປະເທດ ໃນການເພີ່ມທະວີການຮ່ວມມືກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ຜ່ານນັ້ນ ປະກອບສ່ວນປັບປຸງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

 


top