ຂ່າວສານ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າຖ່ານ​ຫີນ ທ໊າຍ​ບິ່ງ 2

ພິທີເປີດນຳໃຊ້ໂຮງງານໄຟຟ້າຖ່ານຫີນ ທ໊າຍບິ່ງ 2 ມີຄວາມໝາຍທີ່ຍິ່ງໃຫຍ່ຫຼາຍຢ່າງ, ປະກອບສ່ວນຄ້ຳປະກັນດ້ານພະລັງງານໃຫ້ແກ່ເຂດທົ່ງພຽງແມ່ນ້ຳແດງ, ເຂດພາກເໜືອ ແລະ ທົ່ວປະເທດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີເປີດນຳໃຊ້ (ພາບ: TTXVN)  

ຕອນເຊົ້າວັນທີ 27 ເມສາ,ຢູ່ເມືອງ ທ້າຍຖຸຍ, ແຂວງ ທ້າຍບິ່ງ, ກຸ່ມບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ ຫວຽດນາມ ໄດ້ຈັດຂຶ້ນພິທີເປີດນຳໃຊ້ໂຮງງານໄຟຟ້າຖ່ານຫີນທ໊າຍບິ່ງ 2 ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ດ້ວຍເນື້ອທີ່ກ່ວາ 130 ແຮັກຕາ, ໂຮງງານໄຟຟ້າຖ່ານຫີນ ທ໊າຍບິ່ງ 2 ມີກຳລັງການຜະລິດ 1.200 MW ເຊິ່ງແມ່ນໂຄງການທີ່ມີຂອບຂະໜາດກຳລັງການຜະລິດໃຫຍ່ທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພິທີເປີດນຳໃຊ້ໂຮງງານໄຟຟ້າຖ່ານຫີນ ທ໊າຍບິ່ງ 2 ມີຄວາມໝາຍທີ່ຍິ່ງໃຫຍ່ຫຼາຍຢ່າງ, ປະກອບສ່ວນຄ້ຳປະກັນດ້ານພະລັງງານໃຫ້ແກ່ເຂດທົ່ງພຽງແມ່ນ້ຳແດງ, ເຂດພາກເໜືອ ແລະ ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສຳຫຼວດກວດກາວຽກງານ, ຮັບປະກັນວ່າໂຮງງານຈະເຄື່ອນໄຫວຕາມມາດຖານທີ່ທັນສະໄໝ, ມີປະສິດທິຜົນ, ປອດໄພ.


top