ຂ່າວສານ

ເປີດ​ນຳ​ໃຊ້​ປະ​ຕູ​ຖານ​ຂໍ້​ມູນ​ຂ່າວ​ເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ

ອາຊຽນ Access MATCH ແມ່ນລັກສະນະໃໝ່ຂອງ ອາຊຽນ Access, ໂດຍແມ່ນປະຕູຖານຂໍ້ມູນ ທາງອອນລາຍ ກ່ຽວກັບການຄ້າ ແລະ ເຂົ້າເຖິງ ຕະຫຼາດຂອງບັນດາປະເທດ ອາຊຽນ ທີ່ໄດ້ເປີດນຳໃຊ້ໃນເດືອນມິຖຸນາ ປີ 2021.
ເປີດນຳໃຊ້ປະຕູຖານຂໍ້ມູນຂ່າວເຊື່ອມຕໍ່ການດຳເນີນທຸລະກິດ ອາຊຽນ (ພາບ: asean.org)

ວັນທີ 25 ມັງກອນ, ຄະນະກຳມະການປະສານງານ ອາຊຽນ ກ່ຽວກັບບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ (ACCMSME) ໄດ້ເປີດນຳໃຊ້ປະຕູຖານຂໍ້ມູນເຊື່ອມຕໍ່ການດຳເນີນທຸລະກິດ ອາຊຽນ Access MATCH ເພື່ອແນໃສ່ຊຸກຍູ້ການຄ້າທັງຢູ່ພາຍໃນ ແລະ ນອກ ອາຊຽນ.

ອາຊຽນ Access MATCH ແມ່ນລັກສະນະໃໝ່ຂອງ ອາຊຽນ Access, ໂດຍແມ່ນປະຕູຖານຂໍ້ມູນ ທາງອອນລາຍ ກ່ຽວກັບການຄ້າ ແລະ ເຂົ້າເຖິງ ຕະຫຼາດຂອງບັນດາປະເທດ ອາຊຽນ ທີ່ໄດ້ເປີດນຳໃຊ້ໃນເດືອນມິຖຸນາ ປີ 2021. ໂດຍໄດ້ກຳນົດວ່າແມ່ນ ລະບົບເຊື່ອມຕໍ່ການດຳເນີນທຸລະກິດແຖວໜ້າໃນພາກພື້ນ, ອາຊຽນ Access MATCH ສ້າງກາລະໂອກາດ ໃຫ້ແກ່ບັນດາປະເທດ ສະມາຊິກ ອາຊຽນ Access ກາຍເປັນສ່ວນໜຶ່ງຂອງປະຊາຄົມດຳເນີນທຸລະກິດສາກົນ ແລະ ສ້າງວິໄສທັດຢູ່ນອກພາກພື້ນ ໃຫ້ແກ່ບັນດາວິສາຫະກິດຂອງຕົນ.

(ແຫຼ່ງຄັດຈາກ VOV)


top