ຂ່າວສານ

ເປີດ​ຕົວ​ປື້ມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກ່າວວ່າ ປຶ້ມເຫຼັ້ມນີ້ແມ່ນເອກະສານທີ່ມີຄ່ານັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ແລະ ແມ່ນ “ປຶ້ມຄູ່ມື” ກ່ຽວກັບວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ ຫວຽດນາມ.
  ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

ຕອນເຊົ້າວັນທີ 02 ກຸມພາ, ຢູ່ຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກ ໄດ້ສົມທົບກັບສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເທີດ ຈັດພິທີເປີດຕົວປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍຫົວຂໍ້ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ”.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກ່າວວ່າ ປຶ້ມເຫຼັ້ມນີ້ແມ່ນເອກະສານທີ່ມີຄ່ານັບທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ແລະ ແມ່ນ “ປຶ້ມຄູ່ມື” ກ່ຽວກັບວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ ຫວຽດນາມ. ຜ່ານປຶ້ມເຫຼັ້ມນີ້, ຜູ້ອ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບແຜນນະໂຍບາຍ, ແນວທາງ ແລະ ຄວາມຕັດສິນໃຈຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສະກັດກັ້ນ, ຍູ້ຖອຍ, ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂອງພັກ, ລັດຢ່າງເຂັ້ມງວດ.


top