ຂ່າວສານ

ເປີດເວັບໄຊຂອງກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26)

      ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26) ຈະຖືກດຳເນີນຢູ່ຫວຽດນາມໃນເດືອນມັງກອນປີ 2018

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ,ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ້ອງ
ພ້ອມດ້ວຍບັນດາການນຳສະພາແຫ່ງຊາດໄດ້ດຳເນີນພິທີໄຂເວັບໄຊ APPF – 26 
      ຕອນບ່າຍວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ , ປະທານ APPF ອາຍຸການ 2017-2018 ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ້ອງ ຫົວໜ້າຄະນະຈັດຕັ້ງ APPF -26 ພ້ອມດ້ວຍບັນດາການນຳສະພາແຫ່ງຊາດໄດ້ດຳເນີນພິທີເປີດເວັບໄຊ APPF – 26.
ເວັບໄຊ APPF – 26  ຖືກສ້າງຂຶ້ນເພື່ອລົງບັນດາເອກະສານຂອງກອງປະຊຸມຢ່າງທັນການ, ພ້ອມທັງອັບເດດບັນດາຂໍ້ມູນຂ່າວສານກ່ຽວກັບເນື້ອໃນຂອງກອງປະຊຸມ, ພ້ອມກັນນັ້ນ, ເວັບໄຊ APPF – 26 ກໍຍັງແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

top