ຂ່າວສານ

ເປີດອອກກາລະໂອກາດສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງເຂົ້າຕະຫລາດ UAE

ສະຫະລັດ ອາຣັບ ເອມີເລດ(UAE)ໄດ້ຮັບຖືວ່າ ແມ່ນສູນການເງິນ, ການຄ້າຂອງພາກພື້ນ ຕາເວັນອອກກາງ, ແມ່ນປະຕູສຳຄັນເພື່ອສົ່ງສິນຄ້າຫວຽດນາມ ໄປຍັງຕາເວັນອອກກາງ, ອາຟິຼກາ, ເອີລົບ ແລະ ເປີດກວ້າງໄປຍັງທົ່ວໂລກ. ໃນຂະນະການສົ່ງອອກຂອງຫວຽດນາມ ໄປຍັງຕະຫລາດຫລາຍແຫ່ງບັນລຸລະດັບສູງແລ້ວ, UAEກໍໄດ້ຮັບການຕີລາຄາວ່າແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ, ເປີດອອກກາລະໂອກາດໃຫ້ຫລາຍປະເພດສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ,ເປັນຕົ້ນແມ່ນເມື່ອສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງຫວຽດນາມແລະUAE(CEPA)ຫາກໍ່ເລີ່ມເຊື່ອມຕໍ່ການເຈລະຈາຢູ່ໃນຂັ້ນລັດຖະມົນຕີ ເມື່ອວັນທີ 6 ເມສາປີ 2023.
  ການປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ. ພາບ:TTXVN  

ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປະຈຸບັນ UAEແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ - ອາຟຼິກາເຫນືອ. ມີຫລາຍຫມວດສິນຄ້າສົ່ງອອກຂອງ ຫວຽດນາມ ມີທ່າໄດ້ປຽບສົ່ງອອກໄປຍັງ UAE ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານປຸງແຕ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງຈັກ, ອຸປະກອນ… ສືບຕໍ່ມີທ່າອ່ຽງເຕີບໂຕນັບທັງປະລິມານ ແລະ ມູນຄ່າການສົ່ງອອກ. ປີກາຍນີ້ ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ UAEບັນລຸ 3,85 ຕື້ USD. ສະເພາະ 3 ເດືອນຕົ້ນປີນີ້, ຍອດວົງເງິນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ UAE ຄາດວ່າຈະບັນລຸ 1,12 ຕື້ USD, ເພີ່ມຂຶ້ນ 22,14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຍ້ອນອົງປະກອບເສດຖະກິດກະສິກຳກວມເອົາພຽງບໍ່ຮອດ 1%, ສ່ວນຫລາຍແມ່ນການລ້ຽງສັດ ແລະ ປູກຕົ້ນອິນທະຜາລຳ,ສະນັ້ນ UAEຕ້ອງນຳເຂົ້າສະບຽງອາຫານ ເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ຄາດວ່າປີນີ້ ຈຳນວນແຂກທ່ອງທ່ຽວເຂົ້າ UAEຈະເພີ່ມຂຶ້ນຢ່າງແຮງ ສະນັ້ນນີ້ຈະສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ, ອາຫານເຂົ້າຕະຫລາດນີ້. ທ່ານ ເຈືອງຊວນຈູງ ທູດການຄ້າ ຫວຽດນາມ ປະຈຳ UAEໃຫ້ຮູ້ວ່າ:

ປີ 2022 ສິນໃນນ້ຳຂອງຫວຽດນາມ ສົ່ງອອກໄປຍັງ UAEບັນລຸເກືອບ 5 ລ້ານ USDເພີ່ມຂຶ້ນກວ່າ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມີບາງປະເພດຜະລິດຕະພັນກະເສດຫລັກຂອງ ຫວຽດນາມ ສົ່ງໄປຂາຍຢູ່ຕະຫລາດນີ້ ແມ່ນໝາກນາວບໍ່ມີແກ່ນໝາກໂມໝາກສົ້ມໂອ,… ສົ່ງອອກໝາກມ່ວງຫິມະພານບັນລຸກວ່າ 55 ລ້ານUSDເພີ່ມຂຶ້ນກວ່າ 14% ເມື່ອທຽບໃສ່ປີກ່ອນນັ້ນໝາກພິກໄທ ກວມເອົາກວ່າ 65% ອັດຕາສ່ວນນຳເຂົ້າຂອງ UAE, ປີກາຍນີ້ບັນລຸ 58 ລ້ານ USDເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີກ່ອນນັ້ນສຸດທ້າຍແມ່ນປະເພດ ເຂົ້າສານວົງເງິນສົ່ງອອກບັນລຸ 25 ລ້ານ USD ແລະ ກວມອັດຕາສ່ວນ 7,3% ປະລິມານເຂົ້າສານນຳເຂົ້າຂອງ UAE”.

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE(CEPA)ປະຈຸບັນ ພວມໄດ້ຮັບການປຶກສາຫາລືຈາກບັນດາອົງການທີ່ກ່ຽວຂ້ອງ, ຖ້າຫາກໄລຍະຈະມາເຖິງໄດ້ຮັບການລົງນາມ ແມ່ນບໍ່ພຽງແຕ່ຊ່ວຍ ຫວຽດນາມ ສົ່ງອອກສິນຄ້າໄປຍັງUAEໂດຍກົງເທົ່ານັ້ນ ຫາກຍັງຊ່ວຍສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫລາດ ຕາເວັນອອກກາງ ແລະ ບັນດາປະເທດອື່ນຜ່ານປະຕູຂອງ UAEອີກດ້ວຍ. ທ່ານນາງ ເລຮົ່ງແອງ, ຫົວຫນ້າກົມການຕະຫລາດ ອາຊີ - ອາຟຼິກາ ຄາດຄະເນວ່າ UAEຈະແມ່ນຕະຫລາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເມື່ອສັນຍາໄດ້ຮັບການລົງນາມ.

 “ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການສົ່ງອອກໄປຍັງບັນດາຕະຫລາດທີ່ໄດ້ລົງນາມໃນສັນຍາ FTAພິເສດແມ່ນສຸມໃສ່ສະຫລຸບບົດຮຽນປະສົບການຈາກບັນດາປະເທດທີ່ນຳໃຊ້ສັນຍາ FTA ເພື່ອຍົກອອກຂໍ້ສະເຫນີທີ່ຈຳເປັນໃຫ້ແກ່ວິສາຫະກິດ ຫວຽດນາມຄາດວ່າ FTAກັບ ອິດສະຣາແອນໄດ້ຮັບການລົງນາມໃນປີນີ້ ພວກຂ້າພະເຈົ້າຈະມີແຜນການປະຕິບັດຢ່າງມີປະສິດທິຜົນ ແລະ ສົມທົບກັບບັນດາຫົວຫນ່ວຍອົງການ ເລີ່ມການເຈລະຈາ FTAກັບ UAE ເພື່ອເປີດອອກກາລະໂອກາດຮ່ວມມືກັບພາກພື້ນຕາເວັນອອກກາງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້.

ກາລະໂອກາດມີຢູ່ຄືແນວນັ້ນ, ແຕ່ຕາມທູດການຄ້າ ຫວຽດນາມ ປະຈຳ UAEແລ້ວ, UAEແມ່ນຕະຫລາດແກ້ງແຍ່ງຢ່າງເຄັ່ງຄັດນັບທັງລາຄາ ແລະ ຄຸນນະພາບ, ສະນັ້ນ ນີ້ແມ່ນສິ່ງທ້າທາຍໃຫຍ່ສຸດສຳລັບບັນດາວິສາຫະກິດ ຫວຽດນາມ ເມື່ອສົ່ງອອກສິນຄ້າເຂົ້າຕະຫລາດ UAE. ທ່ານ ຫງວຽນເຕືອງ ຮອງເລຂານຸການສະຫະສະມາຄົມວິສາຫະກິດ logisticຫວຽດນາມຖືວ່າ:

“ກ່ຽວກັບການເຄື່ອນໄຫວນຳເຂົ້າສົ່ງອອກ ແລະ logisticໄລຍະຜ່ານມາແມ່ນໄດ້ມີການພັດທະນາຢ່າງເຂັ້ມແຂງ ຍ້ອນໄດ້ມີບັນດາສັນຍາການຄ້າເສລີEVFTA, CPTPP, RCEP.UAEແມ່ນຕະຫລາດຈຸດສຸມ ຢູ່ຕາເວັນອອກກາງ ແມ່ນປະຕູຫລັກດ້ານການຄ້າກັບບັນດາປະເທດຄື ອາຟຼິກາອາເມລິກາລາຕີນ ແລະ ເອີລົບອາຊີ ເວົ້າລວມເພາະຢູ່ UAEເຂົາເຈົ້າມີພື້ນຖານໂຄງລ່າງທ່າກຳປັ່ນການບິນ ດີທີ່ສຸດສະນັ້ນສາມາດເຊື່ອມຕໍ່ໄດ້ທຸກຕະຫລາດນີ້ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ຖ້າຫວຽດນາມ ຮູ້ຈັກເສີມຂະຫຍາຍ ຈະແມ່ນໂອກາດດີທີ່ສຸດ.

ເພື່ອສາມາດຊຸກຍູ້ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ UAEບັນດາວິສາຫະກິດ ຫວຽດນາມ ມຸ່ງໄປເຖິງການໝູນໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວຫນ້າໃນການຜະລິດປ່ຽນແປງວິທີການຄຸ້ມຄອງຫລຸດຜ່ອນລາຍຈ່າຍຂອດກາງ ເພື່ອຫລຸດລາຄາຜະລິດຕະພັນເພີ່ມລັກສະນະແກ້ງແຍ່ງຂອງບັນດາຜະລິດຕະພັນຫວຽດນາມນອກນັ້ນ ຍ້ອນ UAEແມ່ນປະເທດອິດສະລາມ ສະນັ້ນບັນດາວິສາຫະກິດ ຫວຽດນາມ ຄວນມີແຜນຊອກຮູ້ດ້ານວັດທະນະທຳ ແລະ ຄວາມຕ້ອງການໃນການໃຊ້ສອຍຂອງຊາວມຸດສະລິມສ້າງລະບົບໃບຢັ້ງຢືນມາດຖານ Halalໃຫ້ບັນດາຜະລິດຕະພັນອາຫານ, ເຄື່ອງດື່ມ, ເຄື່ອງສຳອາງ, ຊຸດອາພອນ… ເມື່ອສົ່ງອອກເຂົ້າຕະຫລາດນີ້. ບັນດາມາດຕະການສັງລວມຈາກອົງການມີຫນ້າທີ່ຮັບຜິດຊອບ ແລະ ວິສາຫະກິດ ພ້ອມກັບເລື່ອງເຈລະຈາສ້າງສັນຍາ CEPAໄດ້ ແລະ ພວມເປີດຫລາຍກາລະໂອກາດເພື່ອໃຫ້ສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫລາດ UAE ແລະ ບັນດາປະເທດໃນພາກພື້ນ.


top