ເຫດການນີ້ຊຸກຍູ້ການຫັນເປັນສີຂຽວ, ພັດທະນາເສດຖະກິດ ກາກບອນຕ່ຳ ແລະ ສ້າງເຄື່ອງມືຕະຫຼາດໜູນຊ່ວຍວິສາຫະຫກິດຕື່ມອີກໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.
ບັນດາຜູ້ແທນກົດປຸ້ມເປີດຕົວສູນແລກປ່ຽນຄ້າຂາຍ ສິນເຊື່ອກາກບອນ (ພາບ: daibieunhandan.vn)
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ພະແນກຫຼັກຊັບ ຮ່າໂນ້ຍ (HNX) ໄດ້ເປີດສູນແລກປ່ຽນຄ້າຂາຍ ກາກບອນ ພາຍໃນປະເທດ, ສ້າງຂີດໝາຍຄັ້ງທຳອິດ ຫວຽດນາມ ນຳໂຄຕາປ່ອຍອາຍພິດເຮືອນແກ້ວ ແລະ ສິນເຊື່ອກາບອນ ເຂົ້າຕະຫຼາດກາກບອນສັງລວມ.
ເຫດການນີ້ຊຸກຍູ້ການຫັນເປັນສີຂຽວ, ພັດທະນາເສດຖະກິດ ກາກບອນຕ່ຳ ແລະ ສ້າງເຄື່ອງມືຕະຫຼາດໜູນຊ່ວຍວິສາຫະຫກິດຕື່ມອີກໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. ທ່ານນາງ ຫວູທິເຈິນເຟືອງ, ປະທານຄະນະກຳມະການ ຫຼັກຊັບແຫ່ງລັດ, ເນັນໜັກວ່າ:
“ພິເສດ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດໃນໄລຍະຜັນຂະຫຍາຍການທົດລອງຈົນໝົດປີ 2028, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 29, ໃນນັ້ນກຳນົດພະແນກຫຼັກຊັບ ຫວຽດນາມ, ພະແນກຫຼັກຊັບຮ່າໂນ້ຍ ແລະ ບໍລິສັດໃຫຍ່ ຈົດທະບຽນ, ເກັບຮັກສາ, ທົດແທນຫຼັກຊັບ ຫວຽດນາມ ບໍ່ເກັບຄ່າສະໜອງການບໍລິການໃນຕະຫຼາດກາກບອນພາຍໃນປະເທດ. ນີ້ແມ່ນແຜນນະໂຍບາຍທີ່ມີຄວາມໝາຍແທດຈິງສະແດງໃຫ້ເຫັນການຮ່ວມເດີນທາງຂອງລັດຖະບານ ກັບປະຊາຄົມວິສາຫະກິດ, ປະກອບສ່ວນຫຼຸດຜ່ອນຄ່າທຳນຽບເຂົ້າຕະຫຼາດ ແລະ ສົ່ງເສີມບັນດາວິສາຫະກິດຕັ້ງໜ້າປະຕິບັດບັນດາມາດຕະການຫຼຸດຜ່ອນການປ່ອຍອາຍພິດ, ປ່ຽນແປງເຕັກໂນໂລຢີ ແລະ ພັດທະນາແບບຍືນຍົງ.”
ການນຳສູນກາກບອນພາຍໃນປະເທດ ເຂົ້າເຄື່ອນໄຫວແມ່ນຂີດໝາຍສຳຄັນໃນວິວັດການສ້າງ ແລະ ພັດທະນາຕະຫຼາດກາກບອນ ຢູ່ ຫວຽດນາມ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາສາກົນ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຊຸກຍູ້ການຫັນເປັນດີຈີຕອນສີຂຽວ, ພັດທະນາເສດຖະກິດກາກບອນຕ່ຳ ແລະ ສ້າງເຄື່ອງມືຕະຫຼາດໜູນຊ່ວຍວິສາຫະກິດປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.