ຂ່າວສານ

ເປີດສູນຂ່າວສານສາກົນ APEC

      ຕອນບ່າຍວັນທີ 28 ຕຸລາ, ຢູ່ນະຄອນດານັ້ງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ການນຳນະຄອນດານັ້ງ ໄດ້ຕັດແຖບຜ້າເປີດ ສູນຂ່າວສານສາກົນ APEC 2017

ພິທີເປີດສູນຂ່າວສານສາກົນ APEC 2017
      ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ເນັ້ນໜັກວ່າ ສັບປະດາຂັ້ນສູງ APECແມ່ນເຫດການໃຫຍ່ດ້ານການຕ່າງປະເທດລະດັບສາກົນດຶງດູດຄວາມສົນໃຈຈາກຫາງສຽງ ແລະ ສື່ມວນຊົນທັງຢູ່ພາຍໃນປະເທດ ແລະ ສາກົນຢ່າງຫຼວງຫຼາຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບິນມິນ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ດານັ້ງເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ໄດ້ໂຄສະນາພາບພົດປະເທດຊາດຫວຽດນາມທີ່ງົດງາມ, ເຕັມໄປດ້ວຍທ່າແຮງບົ່ມຊ້ອນ, ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ຊາວດານັ້ງມີຈິດໃຈຮັກແພງແຂກ. ສົນ​ໃຈ​ຫຼາຍ​ສຸດ
 (ແຫຼ່ງຄັດຈາກ VOV)
 

top