ຂ່າວສານ

ເປີດສາຍການບິນໂດຍກົງຍາຈາງ - ເຊີອຸນ

      ສະຫະສະມາຄົມທ່ອງທ່ຽວແຂວງ ແຄ໋ງຮ່ວາ ແລະ ບໍລິສັດການບິນ Jeji Air ຂອງສ.ເກົາຫຼີ ຫາກໍ່ລົງນາມໃນເອກະສານການຮ່ວມມືເປີດສາຍການບິນໂດຍກົງຈາກນະຄອນຍາຈາງ ໄປເຊີອຸນ.

ສາຍການບິນ ຈະໄດ້ເລີ່ມເຄື່ອນໄຫວໃນທ້າຍປີ 2017
(ພາບປະກອບ: worldairlinenews.com)
      ຕາມແຜນການ, ສາຍການບິນ ຈະໄດ້ເລີ່ມເຄື່ອນໄຫວໃນທ້າຍປີ 2017, ດ້ວຍ 1 ຖ້ຽວ/ມື້ ແລະ ໃຊ້ເວລາ 5 ຊົ່ວໂມງ. ສະຫະສະມາຄົມທ່ອງທ່ຽວແຂວງແຄ໋ງຮ່ວາ ຈະເຮັດວຽກກັບບັນດາບໍລິສັດທ່ອງທ່ຽວ, ໂຮງແຮມສະມາຊິກຢູ່ແຂວງແຄ໋ງຮ່ວາ ເພື່ອກະກຽມບັນດາການບໍລິການ, ແຫຼ່ງຊັບພະຍາກອນມະນຸດ… ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ມາຈາກສ.ເກົາຫຼີ ກໍຄືສົ່ງນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມສ.ເກົາຫຼີ ໃຫ້ເປັນຢ່າງດີ. ທ່ານ ຫງວຽນວັນແທ່ງ, ຮອງຫົວໜ້າ, ທັງເປັນເລຂານຸການສະຫະສະມາຄົມທ່ອງທ່ຽວ ແຂວງແຄ໋ງຮ່ວາ, ໃຫ້ຮູ້ວ່າ.
        “ສົ່ງເສີມການທ່ອງທ່ຽວຕ້ອງມານະພະຍາຍາມເຮັດແນວໃດດຶງດູດນັກທ່ອງທ່ຽວເພື່ອໃຫ້ແຕ່ລະມື້ ລ້ວນແຕ່ມີກ້ຽວບິນໄປກັບລະຫວ່າງ ຍາຈາງ ແລະ ສ.ເກົາຫຼີ. ມານະພະຍາຍາມຟື້ນຟູຈຳນວນນັກທ່ອງທ່ຽວສ.ເກົາຫຼີ ມາຢ້ຽມຢາມຍາຈາງ ແລະ ສ້າງຕະຫຼາດໃຫ້ມີຄວາມໝັ້ນຄົງ”.
 (ແຫຼ່ງຄັດຈາກ VOV)

top