ຂ່າວສານ

ເປີດສະຫຼອງສູນຮ່ວມມື ຫວຽດນາມ - ສິງກະໂປ ຢູ່ ຮ່າໂນ້ຍ

      ສູນຮ່ວມມື ຫວຽດນາມ - ສິງກະໂປ ອາດຈະນຳມາເຊິ່ງພື້ນຖານ ແລະ ຄູ່ຮ່ວມມືໜູນຊ່ວຍການພັດທະນາສັງລວມ ກັບບັນດາອົງການ, ສຳນັກງານພາກລັດ ແລະ ເອກະຊົນທີ່ມີອິດທິພົນຊື່ສຽງ

ພິທີເປີດສະຫຼອງສູນຮ່ວມມື ຫວຽດນາມ - ສິງກະໂປ ຢູ່ ຮ່າໂນ້ຍ (ພາບ: TTXVN)
      ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ແຊວຈູຊ໊ຽນ, ຕອນເຊົ້າວັນທີ 23 ມີນາ, ສູນຮ່ວມມື ຫວຽດນາມ - ສິງກະໂປ ໄດ້ຮັບການເປີດສະຫຼອງຢ່າງເປັນທາງການ ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ແຊວຈູຊ໊ຽນ ແລະ ພັນລະຍາ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານນາງ Catherine Wong, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ ຫວັງວ່າ: ສູນຮ່ວມມື ຫວຽດນາມ - ສິງກະໂປ ອາດຈະນຳມາເຊິ່ງພື້ນຖານ ແລະ ຄູ່ຮ່ວມມືໜູນຊ່ວຍການພັດທະນາສັງລວມ ກັບບັນດາອົງການ, ສຳນັກງານພາກລັດ ແລະ ເອກະຊົນທີ່ມີອິດທິພົນຊື່ສຽງຄື: ກົມພັດທະນາວິສາຫະກິດ ສິງກະໂປ, ກອງທຶນສາກົນ ສິງກະໂປ, ສະພາກາແດງ ສິງກະໂປ…
 (ແຫຼ່ງຄັດຈາກ VOV)
 


top