ຂ່າວສານ

ເປີດສະຫຼອງສູນຄົ້ນຄ້ວາ ໄທ

(ພາບປະກອບ)
          ວັນ​ທີ 7/5, ມະ​ຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດ​ນະຄອນ​ໂຮ່ຈີ​ມິນ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈີ​ມິນ) ​ໄດ້​ຈັດ​ພິທີ ເປີດ​ສະຫຼອງ​ສູນ​ຄົ້ນ​ຄ້ວາ​ໄທ ຢູ່​ເມືອງ ຖູ​ເດິກ, ນະຄອນ ​ໂຮ່ຈີ​ມິນ. ເຈົ້າຟ້າ​ຍິງ​ໄທ  Maha Chakri Sirindhorn ພ້ອມ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ໄທ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ​ປະຈຳ​ຫວຽດນາມ, ຜູ້ຕາງໜ້າບັນດາ​ອົງການ, ວິ​ສາ​ຫະກິດ​ໄທ ກໍ່​ໄດ້​ເຂົ້າ​ຮ່ວມ​ເຫດການ​ນີ້.
        ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ ຫງວຽນ​ທິຮົ່ງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ, ​ໄດ້​ໃຫ້ການ​ຕ້ອນຮັບ​ເຈົ້າຟ້າ​ຍິງ​ໄທ  Maha Chakri Sirindhorn ​ເຂົ້າ​ຢ້ຽມ​ຄຳນັບ​ຕາມ​ພິທີການ​ທູດ. ​ເຈົ້າຟ້າ​ຍິງ​ໄທ  ກໍ່​ໄປ​ຢ້ຽມຢາມ​ບໍລິສັດ Unilever ຫວຽດນາມ ​​ແລະ ບໍລິສັດ LS pack ຢູ່​ເມືອງ​ກູ​ຈີ​ ອີກ.
 (​ແຫຼ່ງຄັດ​ຈາກ VOV)

top