ເມື່ອບໍ່ດົນມານີ້, ນະຄອນໂຮ່ຈີມິນ ສສ ຫວຽດນາມ ໄດ້ເປີດງານວາງສະແດງສິນຄ້າມິດຕະພາບ ການຄ້າ-ການບໍລິການ -ການທ່ອງທ່ຽວນະຄອນໂຮ່ຈີມິນ ຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງສະຫວັນນະເຂດ ໂດຍມີການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທັງນີ້ ກໍເພື່ອເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດ ໄດ້ແລກປ່ຽນຂໍ້ມູນການຄ້າເຊິ່ງກັນ ແລະ ກັນ, ຊອກຫາຄູ່ຮ່ວມມືເພື່ອເປີດກວ້າງ ການພົວພັນການຄ້າ ແລະ ການລົງທຶນຮ່ວມກັນ.
ທ່ານ ຮິ່ງແກັກແມ້ງ ຮອງປະທານ ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ, ທັງເປັນປະທານສະມາຄົມ ມິດຕະພາບຫວຽດນາມ-ລາວ ປະຈໍານະຄອນໂຮ່ຈີມິນ ໄດ້ໃຫ້ຮູ້ວ່າ: ງານວາງສະແດງສິນຄ້າມິດຕະພາບ ດ້ານການຄ້າ-ການບໍລິການ-ການທ່ອງທ່ຽວ ຂອງນະຄອນໂຮ່ຈີມິນ ທີ່ແຂວງສະຫວັນນະເຂດ ແມ່ນເຫດການທາງດ້ານ ເສດຖະກິດ-ການເມືອງ - ສັງຄົມທີ່ມີຄວາມໝາຍສໍາຄັນ ອັນເປັນການປະກອບສ່ວນຊຸກຍູ້ສາຍພົວພັນ ການຮ່ວມມືດ້ານການຄ້າ ລະຫວ່າງ ປະຊາຊົນ ແລະ ວິສາຫະກິດຂອງຫວຽດນາມ - ລາວ ໂດຍສະເພາະ ນະຄອນໂຮ່ຈີມິນ ແລະ ແຂວງສະຫວັນນະເຂດ, ງານວາງສະແດງຄັ້ງນີ້ ຈັດຂຶ້ນເປັນຄັ້ງໃຫຍ່ ເຊິ່ງມີກວ່າ 250 ຮ້ານວາງສະແດງຂອງບັນດາວິສາຫະກິດຫວຽດນາມ ແລະ ລາວ ທີ່ມີສິນຄ້າຫຼາຍປະເພດໄດ້ນໍາວາງສະແດງ ແລະ ມີຄຸນະພາບດີ ເປັນຕົ້ນ ຜະລິດຕະພັນກະເສດ, ເຕັກໂນໂລຊີສູງ, ອຸປະກອນກະສິກໍາ, ເຕັກໂນໂລຊີ ຊີວະພາບ, ກົນຈັກ, ເຄື່ອງຈັກ, ເຄື່ອງໄຟຟ້າ, ເສື້ອຜ້າ, ເກີບ, ອາຫານ ແລະ ສິນຄ້າ ອຸປະໂພກອື່ນໆ.