ຂ່າວສານ

ເປີດລະບົບເຊື່ອມຕໍ່ການແລກປ່ຽນຄ້າຂາຍໃຫ້ແກ່ວິສາຫະກິດອົດສະຕາລີແລະຫວຽດນາມ

ວັນທີ 27 ພະຈິກ ຢູ່ ອາເດລາຍເດ ເມືອງເອກຂອງລັດອົດສະຕາລີໃຕ້, ສະພາດຳເນີນທຸລະກິດອົດສະຕາລີໃຕ້ - ຫວຽດນາມໄດ້ເປີດຕົວລະບົບເຊື່ອມຕໍ່ການແລກປ່ຽນຄ້າຂາຍໃໝ່ ໃຫ້ແກ່ວິສາຫະກິດຂອງສອງປະເທດ.
ທ່ານ ຝຣານຊິດ ວົງ ປະທານສະພາດຳເນີນທຸລະກິດອົດສະຕາລີໃຕ້ - ຫວຽດນາມ

ເຫດການຖືກຈັດຂຶ້ນໃນສະພາບການທີ່ສອງປະເທດຫາກໍ່ສຳເລັດການລົງນາມໃນຍຸດທະສາດເພີ່ມທະວີການເຊື່ອນຕໍ່ເສດຖະກິດມູງ່ໄປສູ່ເປົ້າໝາຍນຳສອງປະເທດກາຍເປັນຄູ່ຮ່ວມມືການຄ້າແຖວໜ້າຂອງກັນແລະເພີ່ມມູນຄ່າການລົງທຶນສອງສົ້ນຂຶ້ນທົບສອງເທົ່າ.

 ກ່າວຄຳເຫັນທີ່ເຫດການ,ທ່ານຫງວຽນດັງຖັງຫົວໜ້າກົງສູນໃຫຍ່ຫວຽດນາມປະຈຳລັດ ນິວຊາວເອນ ອົດສະຕາລີໃຕ້ ແລະ ກິນສະແລນໃຫ້ຮູ້ວ່າ: ຫວຽດນາມແລະອົດສະຕາລີເວົ້າລວມແລະລັດອົດສະຕາລີໃຕ້ ເວົ້າສະເພາະ  ພວມມີຄວາມສາມາດບົ່ມຊ້ອນການຮ່ວມມືຫຼາຍຢ່າງ.ໃນຂະນະນັ້ນທ່ານຝລັ່ງຊິດວົງ ປະທານສະພາດຳເນີນທຸລະກິດອົດສະຕາລີໃຕ້ - ຫວຽດນາມໃຫ້ຮູ້ວ່າມີນັກທຸລະກິດເຫຼາຍຄົນຢູ່ ລັດອົດສະຕາລີໃຕ້ ມີຄວາມຫວັງຢາກຊອກຮູ້ຕະຫຼາດຫວຽດນາມແຕ່ຍັງບໍ່ທັນນຳໃຊ້ບັນດາກາລະໂອກາດແລະທ່າແຮງບົ່ມຊ້ອນທີ່ດີທີ່ສຸດ.

(ແຫຼ່ງຄັດຈາກ VOV)


top