ຂ່າວສານ

ເປີດປີຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກນິກ ອາຊຽນ - ລັດເຊຍ 2022

ວັນທີ 14 ກຸມພາ, ຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (COSTI) ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລ ສະຫະພັນ ລັດເຊຍ ຈັດຕັ້ງພິທີເປີດປີຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກນິກ ອາຊຽນ - ລັດເຊຍ (ARYSTC) 2022.

ເປີດປີຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກນິກ ອາຊຽນ - ລັດເຊຍ 2022

ການຈັດຕັ້ງເຫດການນີ້ແນໃສ່ເພີ່ມທະວີ ແລະ ສະແດງໃຫ້ເຫັນການຮ່ວມມື ອາຊຽນ - ລັດເຊຍ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່. ຫຼາຍເຫດການ, ການເຄື່ອນໄຫວຈຳນວນໜຶ່ງ ແລະ ແຜນການເຄື່ອນໄຫວຂອງປີຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກນິກ ອາຊຽນ - ລັດເຊຍ 2022 ໄດ້ຮັບການປະກາດ. ບັນດາເຫດການ ແລະ ການເຄື່ອນໄຫວນີ້ຈະໄດ້ຈັດຕັ້ງຢູ່ບັນດາປະເທດສະມາຊິກ ອາຊຽນ ແລະ ລັດເຊຍ ໃນປີ 2022, ປະກອບມີຫຼາຍຂົງເຂດຄື ເສດຖະກິດ, ສັງຄົມ, ວິທະຍາສາດທຳມະຊາດ, ຄະນິດສາດ, ແພດສາດ, ອຸດສາຫະກຳ, ທຸລະກິດ, ຄຳ້ປະກັນດ້ານສະບຽງອາຫານ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່.

ກ່າວຄຳເຫັນຢູ່ນີ້, ທ່ານ ບຸຍເທຢູູຍ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ປະທານ COSTI ອາຊຽນ 2022, ໃຫ້ຮູ້ວ່າ ປີຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກນິກ ອາຊຽນ - ລັດເຊຍ ແມ່ນ ກຳລັງໜູນເພື່ອເພີ່ມທະວີການພົວພັນ, ເປີດກວ້າງເຄືອຂ່າຍ ແລະ ການຮ່ວມມືລະຫວ່າງ ສະຫະພັນ ລັດເຊຍ ແລະ ອາຊຽນ ກວ່າອີກ. ການຜັນຂະຫຍາຍແຜນການເຄື່ອນໄຫວ ARYSTC – 2022 ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ແລະ ສ້າງພື້ນຖານຄວາມໝັ້ນຄົງໃຫ້ການພົວພັນຢ່າງແທດຈິງລະຫວ່າງ ອາຊຽນ ແລະ ສະຫະພັນເສດຖະກິດ ອາຊີ - ເອີລົບ.

(ແຫຼ່ງຄັດຈາກ VOV)


top