ຂ່າວສານ

ເປີດປະຕູຢ່າງປອດໄພ, ມີປະສິດທິຜົນ: ໂອກາດທີ່ດີ ຈາກການທອ່ງທ່ຽວຫວຽດນາມ

ຕາມກົມໃຫຍ່ທ່ອງທ່ຽວແລ້ວ, ນັບແຕ່ເມື່ອປະຕິບັດໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ (ນັບແຕ່ ເດືອນ ພະຈິກ 2021 ຫາ ວັນທີ 8 ກຸມພາ ປີ 2022), ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 8.900 ຄົນ.

  ເປີດປະຕູການທ່ອງທ່ຽວຕ້ອງມີຍຸດທະສາດ, ຂັ້ນຕອນ ແລະ ຕ້ອງຮັບປະກັນຄວາມເນເອກະພາບໃນການນຳໃຊ້ມາດຕະການປ້ອງກັນພະຍາດໂຄວິດ - 19. ນັ້ນແມ່ນເນື້ອໃນການໂອ້ລົມສົນທະນາ “ເປີດປະຕູຢ່າງປອດໄພ, ມີປະສິດທິຜົນ: ໂອກາດທີ່ດີ ຈາກການທອ່ງທ່ຽວຫວຽດນາມ” ເຊິ່ງໄດ້ຈັດຂຶ້ນຢູ່ແຂວງ ບິ່ງດິ້ງໃນຕອນບ່າຍວັນທີ 18 ກຸມພາ.

ການໂອ້ລົມສົນທະນາ ໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນຫາຈຳເປັນ ແລະ ຮີບດ່ວນ ໃນການເປີດປະຕູພາຍໃນປະເທດ ແລະ ສາກົນ ຢ່າງຮອບດ້ານ, ປອດໄພ ແລະ ມີປະສິດທິຜົນຕໍ່ຂະແໜງທ່ອງທ່ຽວ ຫວຽດນາມ. ພິເສດ, ພາຍຫຼັງທີ່ຫວຽດນາມ ຍົກເລີກການຈຳກັດກ່ຽວກັບການຂຸດຄົ້ນຖ້ຽວບິນສາກົນ ນັບແຕ່ຫລັງວັນທີ 15 ກຸມພາ ແລະ ລັດຖະບານກໍ່ເຫັນດີຕໍ່ຂໍ້ສະເໜີເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນເງື່ອນໄຂສະພາບປົກກະຕິໃໝ່ແຕ່ວັນທີ 15 ມີນາ. ສະເໜີຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເລິມຫ໋າຍຢາງ ຮອງປະທານຄະນະກຳມະການປະຊາຊົນ ແຂວງບິ່ງດິ້ງໃຫ້ຮູ້ວ່າ:

ການໂອ້ລົມສົນທະນານີ້ ໄດ້ສຸມໃສ່ 2 ໝວດບັນຫານັ້ນແມ່ນ ສະພາບການ ແລະ ກາລະໂອກາດ, ກຽມພ້ອມແຫຼ່ງຊັບພະຍາກອນມະນຸດ. ແຕ່ຕາມ ຂ້າພະເຈົ້າ ຄວນເພີ່ມເຕີມໃສ່ຕື່ມນັ້ນແມ່ນກຽມພ້ອມຜະລິດຕະພັນເພື່ອປະຕິບັດການເປີດປະຕູການທ່ອງທ່ຽວຢ່າງມີປະສິດທິຜົນ.

ຕາມກົມໃຫຍ່ທ່ອງທ່ຽວແລ້ວ, ນັບແຕ່ເມື່ອປະຕິບັດໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ (ນັບແຕ່ ເດືອນ ພະຈິກ 2021 ຫາ ວັນທີ 8 ກຸມພາ ປີ 2022), ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 8.900 ຄົນ.



top