ຂ່າວສານ

ເປີດນຳໃຊ້ເວັບໄຊ ຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ

      ນີ້ແມ່ນໂຄງການໂດຍບໍລິສັດ  Startechm ເຊິ່ງແມ່ນວິສາຫະກິດ ຫວຽດນາມທີ່ລົງທຶນຢູ່ ລາວ ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ອຸປະຖຳໃຫ້ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. 
ພິທີມອບ - ຮັບ ການຊ່ວຍເຫຼືອພັດທະນາລະບົບຊອບແວ ແລະ ເປີດນຳໃຊ້ເວັບໄຊ ຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ
      ຕອນບ່າຍວັນທີ 21 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ບໍລິສັດ Startechm, ວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ, ໄດ້ຈັດຕັ້ງພິທີມອບຮັບໄລຍະທີ 1 ໂຄງການ “ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ”.
            ນີ້ແມ່ນໂຄງການໂດຍບໍລິສັດ  Startechm ເຊິ່ງແມ່ນວິສາຫະກິດ ຫວຽດນາມທີ່ລົງທຶນຢູ່ ລາວ ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ອຸປະຖຳໃຫ້ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. ໄລຍະທີ່ 1 ແມ່ນສ້າງເວັບໄຊ ແລະ ຖານຂໍ້ມູນ. ໄລຍະທີ 2 ສ້າງຊັອບແວຄຸ້ມຄອງ ໂຄງການ ແລະ ຄຸ້ມຄອງບໍລິຫານ, ຮັບໃຊ້ໃຫ້ແກ່ວຽກງານບໍລິຫານຂອງຄະນະກຳມະການ. ພາຍຫຼັງໄດ້ຮັບການ ສ້າງສຳເລັດ, ໂຄງການຈະຊ່ວຍຫັນຂໍ້ມູນເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມເປັນດີຈີຕອນ, ວຽກງານຄຸ້ມຄອງບໍລິຫານ, ສົ່ງເສີມການໂຄສະນາຮຽກຮ້ອງການລົງທຶນ, ຄຸ້ມຄອງໂຄງການໃນກອບການຮ່ວມມືລະຫວ່າງ ສອງປະເທດ.
(ແຫຼ່ງຄັດຈາກ VOV)


top