ຂ່າວສານ

ເປີດນຳໃຊ້ສາລາສຸກ ເຄື່ອນທີ່ດູແລຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ 2 ແຫ່ງ

      ວັນທີ 20 ສິງຫາ, ນະຄອນໂຮ່ຈີມິນ ໄດ້ເປີດນຳໃຊ້ ແລະ ນຳເຂົ້າເຄື່ອນໄຫວ ສາລາສຸກເຄື່ອນທີ່ ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ເມືອງ 3 ແລະ ເມືອງ 7.
ສາລາສຸກ ເຄື່ອນທີ່ທຳອິດຢູ່ ຫວຽດນາມ
      ສາລາສຸກ 2 ແຫ່ງດັ່ງກ່າວ ໄດ້ສ້າງຂຶ້ນຕາມການຊີ້ນຳຂອງລັດຖະບານ ແລະ ກະຊວງສາທາລະນະສຸກ.  ທ່ານໝໍເລທິບາວອຽນ ຫົວໜ້າສາລາສຸກເຄື່ອນທີ່ເລກ 1 ເມືອງ 3 ໃຫ້ຮູ້ວ່າ:
      ຜູ້ຕິດເຊື້ອມານີ້ ພວກຂ້າພະເຈົ້າຈະໃຫ້ຢາຢາມີຫຼາຍຊະນິດເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢູ່ບ້ານພາຍຫຼັງປິ່ນປົວໃຊ້ຢາໃສ່ອົກຊີຊ່ວຍຫາຍໃຈ ແຕ່ຜູ້ຕິດເຊື້ອບໍ່ມີອາການດີຂຶ້ນ ຫາກຍັງຮູ້ສຶກຫາຍໃຈຍາກກ່ວາເກົ່າມີອາການໜັກກ່ວາ ຈະຂໍລົດປະສານເພື່ອສົ່ງໄປຍັງໂຮງໝໍຂັ້ນເທິງ.
ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນສືບຕໍ່ທະວີຄູນຮູບແບບສາລາສຸກເຄື່ອນທີ່ຢູ່ບັນດາເມືອງ ໃນນະຄອນ.
(ແຫຼ່ງຄັດຈາກ VOV)


top